ລົດແທັກຊີເສຍຫລັກປີ້ນ ຢູ່ໃກ້ວົງວຽນອາຊຽນ ນະຄອນໄກສອນ ຄົນຂັບໄດ້ຮັບບາດເຈັບສາຫັດ
Pele
ເຜີຍແຜ່: 9 February 2026, 09:35
ປັບປຸງຫຼ້າສຸດ: 9 February 2026, 09:35
ອ່ານ 50 ຄັ້ງ

ກູ້ໄພພົມມະເທບ1607ສະຫວັນະເຂດ ລາຍງານວ່າ: ວັນຈັນ ວັນທີ 9 ກຸມພາ 2026 ເວລາປະມານ 02:09 ນາທີ ເກີດເຫດລົດແທັກຊີເສຍຫລັກປີ້ນລົງຂ້າງທາງຢູ່ ໃກ້ວົງວຽນອາຊຽນ ນະຄອນໄກສອນພົມວິຫານ ແຂວງສະຫວັນະເຂດ. ຄົນຂັບໄດ້ຮັບເຈັບສາຫັດ ເພດຊາຍ ໝົດສະຕິຄາລົດ, ຂະນະເກີດເຫດບໍມີຜູ້ໂດຍສານ.

ພາຍຫລັງເກີດເຫດທີມກູ້ໄພ ໄດ້ເຂົ້າຊ່ວຍນຳຜູ້ກ່ຽວອອກຈາກລົດ ແລະ ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍແຂວງ, ສ່ວນສາເຫດ ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່.

ທີ່ມາ: ໜັງສືພິມລາວພັດທະນາ
ແບ່ງປັນ:
‹ ກັບໄປໝວດເຫດການ


