ຮອດປີ 2030 ພະລັງງານໝູນວຽນ ແລະ ພະລັງງານນິວເຄລຍ ຈະສະໜອງໄຟຟ້າເຄິ່ງໜຶ່ງຂອງໂລກ
Pele
ເຜີຍແຜ່: 9 February 2026, 14:32
ປັບປຸງຫຼ້າສຸດ: 9 February 2026, 14:32
ອ່ານ 55 ຄັ້ງ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ມານີ້, ອົງການພະລັງງານສາກົນ ໄດ້ເຜີຍແຜ່ບົດລາຍງານໂດຍຄາດຄະເນວ່າ: ນັບແຕ່ນີ້ໄປຮອດປີ 2030, ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໃນທົ່ວໂລກຈະຫຼາຍກວ່າ 3.5%. ເມື່ອຮອດປີ 2030, ອັດຕາສ່ວນຂອງພະລັງງານໝູນວຽນ ແລະ ພະລັງງານນິວເຄລຍຈະເພີ່ມຂຶ້ນເປັນ 50% ຂອງພະລັງງານໄຟຟ້າທົ່ວໂລກ.
ຖະແຫຼງການທີ່ກ່ຽວຂ້ອງຂອງອົງການພະລັງງານສາກົນ ລະບຸວ່າ: ຈັງຫວະການເຕີບໂຕດ້ານຄວາມຕ້ອງການພະລັງງານໄຟຟ້າທົ່ວໂລກໃນປັດຈຸບັນຈະສູງກວ່າ 10 ປີຜ່ານມາຢ່າງຫຼວງຫຼາຍ, ຄາດວ່າເມື່ອຮອດປີ 2030, ປະລິມານການໃຊ້ໄຟຟ້າທົ່ວໂລກທີ່ເພີ່ມໃໝ່ຈະເປັນ 2 ເທົ່າຂອງປະລິມານການໃຊ້ໄຟຟ້າຂອງສະຫະພາບເອີຣົບໃນປັດຈຸບັນ.
ແບ່ງປັນ:
‹ ກັບໄປໝວດເສດຖະກິດ-ສັງຄົມ
ຂ່າວທີ່ກ່ຽວຂ້ອງ
ເນື້ອຫາສະໜັບສະໜູນ
1 ມື້ ກ່ອນ
3


