MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮູ້ຈັກກັບຄຸນປະໂຫຍດທາງໂພຊະນາການຂອງໝາກເຜັດໃຫຍ່ທັງສາມສີ

ຮູ້ຈັກກັບຄຸນປະໂຫຍດທາງໂພຊະນາການຂອງໝາກເຜັດໃຫຍ່ທັງສາມສີ

Jenjila
ເຜີຍແຜ່: 12 February 2026, 15:47
ປັບປຸງຫຼ້າສຸດ: 12 February 2026, 15:47
ອ່ານ 47 ຄັ້ງ
ຮູ້ຈັກກັບຄຸນປະໂຫຍດທາງໂພຊະນາການຂອງໝາກເຜັດໃຫຍ່ທັງສາມສີ

ຫມາກເຜັດໃຫຍ່3 ສີ ໝາກພິກຫວານສີຂຽວເປັນໄລຍະທີ່ຜົນຍັງບໍ່ສຸກເຕັມທີ່ ຖ້າປ່ອຍໃຫ້ເຕີບໃຫຍ່ຕໍ່ໄປ ສີຂອງຜົນຈະປ່ຽນຈາກສີຂຽວເປັນສີເຫຼືອງ ສີສົ້ມ ແລະ ສີແດງຕາມລຳດັບ ໂດຍພົບວ່າ ຍິ່ງສຸກຫຼາຍຂຶ້ນ ປະລິມານວິຕາມິນ ແລະ ສານຕ້ານອະນຸມູນອິສະຫຼະຈະເພີ່ມສູງຂຶ້ນ ໃນຂະນະທີ່ປະລິມານນ້ຳຕານຕາມທຳມະຊາດກໍເພີ່ມຂຶ້ນເຊັ່ນກັນ.

ຄຸນຄ່າທາງໂພຊະນາການ ແລະ ປະໂຫຍດຂອງໝາກເຜັດໃຫຍ່ 3 ສີ:
ໝາກເຜັດໃຫຍ່ສີແດງ:

ໝາກເຜັດໃຫຍ່ສີແດງເປັນໄລຍະທີ່ສຸກເຕັມທີ່ ມີປະລິມານວິຕາມິນຊີສູງຫຼາຍ ເມື່ອທຽບກັບຜັກທົ່ວໄປ ລວມທັງມີສານແຄໂຣທີນອຍດ໌ ແລະ ແຄບແຊນທີນໃນລະດັບສູງ ສານເຫຼົ່ານີ້ມີບົດບາດໃນການຕ້ານອະນຸມູນອິສະຫຼະ ຊ່ວຍຫຼຸດການອັກເສບໃນລະດັບຈຸລັງ ແລະ ມີສ່ວນສະໜັບສະໜູນການເຮັດວຽກຂອງລະບົບພູມຕ້ານທານ, ນອກຈາກນີ້ວິຕາມິນຊີຍັງມີບົດບາດສຳຄັນໃນການສັງເຄາະຄໍລາເຈນ ເຊິ່ງສົ່ງຜົນດີຕໍ່ຜິວໜັງ ແລະ ຫຼອດເລືອດ.

ໝາກເຜັດໃຫຍ່ສີເຫຼືອງ:

ໝາກເຜັດໃຫຍ່ສີເຫຼືອງມີລູທີນ ແລະ ຊີແຊນທີນໃນປະລິມານທີ່ໂດດເດັ່ນ ສານທັງສອງຊະນິດເປັນແຄໂຣທີນອຍດ໌ທີ່ສະສົມຢູ່ບໍລິເວນຈໍຕາ ມີບົດບາດໃນການກັ່ນຕອງແສງພະລັງງານສູງ ໂດຍສະເພາະແສງສີຟ້າ ຊ່ວຍຫຼຸດຄວາມສ່ຽງຂອງພາວະຈໍຕາເສື່ອມ ເໝາະສຳລັບກຸ່ມປະຊາກອນທີ່ໃຊ້ສາຍຕາກັບໜ້າຈໍອີເລັກໂທຣນິກເປັນເວລາດົນ.

ໝາກເຜັດຫວານສີຂຽວ:

ໝາກເຜັດໃຫຍ່ສີຂຽວມີປະລິມານນ້ຳຕານຕ່ຳທີ່ສຸດເມື່ອທຽບກັບສີອື່ນ ແລະ ມີເສັ້ນໃຍອາຫານສູງ ສົ່ງຜົນດີຕໍ່ລະບົບຂັບຖ່າຍ ແລະ ການຄວບຄຸມນ້ຳໜັກ ນອກຈາກນີ້ຍັງມີຄລໍໂຣຟິລ ເຊິ່ງມີສ່ວນຊ່ວຍໃນການເຮັດວຽກຂອງລະບົບທາງເດີນອາຫານ ຈຶ່ງເໝາະສຳລັບຜູ້ທີ່ຕ້ອງການຄວບຄຸມພະລັງງານຈາກອາຫານ ຫຼື ຜູ້ທີ່ມີຄວາມສ່ຽງຕໍ່ພາວະນ້ຳໜັກເກີນ.

ແບ່ງປັນ:
‹ ກັບໄປໝວດສາລະໜ້າຮູ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ