ປກສ ນະຄອນປາກເຊ ຈັບຕົວຍິງສາວ ພ້ອມຂອງກາງ ຄໍລາເຈນປະສົມສານເສບຕິດ 33 ຊອງ
Pele
ເຜີຍແຜ່: 13 February 2026, 13:36
ປັບປຸງຫຼ້າສຸດ: 13 February 2026, 13:36
ອ່ານ 104 ຄັ້ງ

ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 03 ກຸມພາ 2026 ເວລາປະມານ 15 ໂມງ 00 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ລົງມ້າງຄະດີ ຢູ່ເຂດບ້ານພູມ່ວງ ນະຄອນປາກເຊ ແຂວງຈຳປາສັກ, ໄດ້ກັກຕົວຜູ້ຖືກຫາ 01 ຄົນ ຊື່ ນາງ ຄຳກ້ຽວ ອາຍຸ 23 ປີ, ສັນຊາດລາວ ເຊື້ອຊາດລາວ ອາຊີບກຳມະກອນ ບ້ານກາງ ນະຄອນປາກເຊ ແຂວງ ຈໍາປາສັກ ພ້ອມເຄື່ອງຂອງກາງຢາເສບຕິດ (ຄໍລາເຈນ) 33 ຊອງ ໂທລະສັບຍີ່ຫໍ້ ໄອໂຟນສີຂາວ 1 ໜ່ວຍ ເງິນກີບ 2,800,000ກີບ ໂມງ 01 ໜ່ວຍ.
ແບ່ງປັນ:
‹ ກັບໄປໝວດເຫດການ


