ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຝົ້າລະວັງພາຍຸໝຸນເຂດຮ້ອນພາຍຸໄມສັກຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມພ້ອມລົມແຮງໃນບາງທ້ອງຖິ່ນ ໃນຊ່ວງລະຫວ່າງວັນທີ 02-05 ກໍລະກົດ 2026.

ໂດຍ Jenjila
· 5 ເດືອນ ກ່ອນອ່ານ 1 ນາທີ37 ຄັ້ງ
ເຝົ້າລະວັງພາຍຸໝຸນເຂດຮ້ອນພາຍຸໄມສັກຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມພ້ອມລົມແຮງໃນບາງທ້ອງຖິ່ນ ໃນຊ່ວງລະຫວ່າງວັນທີ 02-05 ກໍລະກົດ 2026.
ADadvertisement
ADadvertisement
ADadvertisement

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນ ໄມສັກ (Maysak) ສະບັບທີ 2 ເນື່ອງຈາກມີຮ່ອງຄວາມກົດດັນອາກາດຕ່ຳຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງ.

ສຳລັບພາຍຸໝູນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈຳປີ 2026 ທີ່ຕັ້ງຢູ່ທະເລຈີນໃຕ້ຕອນກາງນັ້ນ ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງໃຕ້ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດວ່າຈະເຄື່ອນທີ່ເຂົ້າໃກ້ເກາະໄຮນຳ ສປ ຈີນ ໃນວັນທີ 4 ກໍລະກົດ 2026 ເຊິ່ງຈະສົ່ງຜົນໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ມີຝົນຕົກໜັກພ້ອມລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຂອງປະເທດລາວ ແຕ່ວັນທີ 2 ຫາ 5 ກໍລະກົດ 2026.

ສ່ວນພາຍຸໝູນເຂດຮ້ອນ ບາວີ (Bavi) ຫົວທີ 9 ທີ່ກຳລັງກໍ່ຕົວຢູ່ໃນເຂດມະຫາສະໝຸດປາຊີຟິກນັ້ນ ຈະບໍ່ສົ່ງຜົນກະທົບຕໍ່ປະເທດລາວ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ທຸກພາກສ່ວນ ໃຫ້ມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກປານກາງ ຫາ ຕົກໜັກຕໍ່ເນື່ອງຫຼາຍວັນ ເຊິ່ງອາດຈະເຮັດໃຫ້ເກີດມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມຂັງໃນຕົວເມືອງ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງຕໍ່ເນື່ອງ.

ເຝົ້າລະວັງພາຍຸໝຸນເຂດຮ້ອນພາຍຸໄມສັກຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມພ້ອມລົມແຮງໃນບາງທ້ອງຖິ່ນ ໃນຊ່ວງລະຫວ່າງວັນທີ 02-05 ກໍລະກົດ 2026.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່