
ສະພາບອາກາດປະຈຳວັນທີ 03 ກໍລະກົດ 2026

ຮ່ອງຄວາມກົດດັນອາກາດຕ່ຳ ຫລື (ຮ່ອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝຸນເຂດຮ້ອນໄມສັກ (Maysak) ຫົວທີ 10 ປະຈຳປີ 2026 ປັດຈຸບັນເຄື່ອນທີ່ຢູູ່ເຂດທະເລຈີນໃຕ້ຕອນກາງ ກຳລັງເຄື່ອນທີີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ແລະ ຄາດວ່າຈະເຄື່ອນທີ່ຮອດບໍລິເວນເກາະໄຮໜານ, ສປ ຈີນ ໃນວັນທີ 4 ກໍລະກົດ 2026 ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູູ່ບາງທ້ອງຖິ່ນໃນແຕ່ລະພາກ.
ດັັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງທ້ອງຖິີ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ, ຈົ່ງມີສະຕິລະມັດລະວັງ ແລະກຽມພ້ອມຮັບມືຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫລາຍວັນ ທີີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັັ່ງໃນຕົວເມືອງ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.





ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ສະພາບອາກາດປະຈຳວັນທີ 11 ພະຈິກ 2026
5 ມື້ກ່ອນ
ສະພາບອາກາດປະຈຳວັນທີ 10 ພະຈິກ 2026
6 ມື້ກ່ອນ
ສະພາບອາກາດປະຈຳວັນທີ 09 ພະຈິກ 2026
7 ມື້ກ່ອນ
ສະພາບອາກາດປະຈຳວັນທີ 06 ພະຈິກ 2026
1 ອາທິດກ່ອນ

