
ແຈ້ງເຕືອນໄພ ລົມພາຍຸໝູນເຂດຮ້ອນ ໄມສັກ (Maysak) ຈະມີຝົນຕົກ ແລະ ລົມພັດແຮງ ໄລຍະວັນທີ 6-12 ກໍລະກົດ 2026

ໃນເວລາ 09:00 ໂມງເຊົ້າ ຂອງວັນທີ 06 ກໍລະກົດ 2026, ພາຍຸໝູນເຂດຮ້ອນ ໄມສັກ (Maysak) ເຊິ່ງເປັນພາຍຸຫົວທີ 10 ປະຈຳປີ 2026 ໄດ້ອ່ອນກຳລັງລົງເປັນພາຍຸດີເປຣຊັນແລ້ວ ແລະ ຄາດວ່າຈະອ່ອນກຳລັງລົງຕື່ມອີກເປັນຍ່ານຄວາມກົດດັນອາກາດຕ່ຳປົກຄຸມຢູ່ເຂດພາກໃຕ້ຂອງປະເທດຈີນ.
ເຖິງແມ່ນວ່າ ສປປ ລາວ ຈະໄດ້ຮັບພຽງຜົນກະທົບທາງອ້ອມ, ແຕ່ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ພັດປົກຄຸມຍັງມີກຳລັງແຮງ, ຈຶ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ, ແລະ ມີຝົນຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍຈະຕົກຕິດຕໍ່ກັນໃນໄລຍະໜຶ່ງອາທິດໜ້າ ແຕ່ວັນທີ 06 ຫາ 12 ກໍລະກົດ 2026.
ດັ່ງນັ້ນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຈຶ່ງໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ໃຫ້ເພີ່ມຄວາມລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດມີດິນເຈື່ອນ, ນ້ຳປ່າໄຫຼຫຼາກ, ນ້ຳຖວມຊື່ງ, ແລະ ນ້ຳຖວມອັ່ງໃນຕົວເມືອງ ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ສະພາບອາກາດປະຈຳວັນທີ 11 ພະຈິກ 2026
5 ມື້ກ່ອນ
ສະພາບອາກາດປະຈຳວັນທີ 10 ພະຈິກ 2026
6 ມື້ກ່ອນ
ສະພາບອາກາດປະຈຳວັນທີ 09 ພະຈິກ 2026
7 ມື້ກ່ອນ
ສະພາບອາກາດປະຈຳວັນທີ 06 ພະຈິກ 2026
1 ອາທິດກ່ອນ

