
ອັບເດດສະພາບອາກາດຊ່ວງແລງຂອງ ວັນທີ 06 ສິງຫາ 2026 ເວລາ 18:00 ຫາ 07:00 ໂມງ
J
ໂດຍ Jenjila
· 4 ເດືອນ ກ່ອນອ່ານ 1 ນາທີ70 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:01

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນຍັງຈະພາດຜ່ານພາກເໜືອຂອງປະເທດລາວ, ປ່ອງໃສ່ຢ່ອມຄວາມກົດດັນອາກາດຕໍ່າບໍລິເວນແຄມຝັ່ງຕອນເທິງຂອງປະເທດຫວຽດນາມ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຢ່າງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ.
ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກປານກາງ ຫາ ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນ້ຳຖ້ວມຊຸ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.




ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 70 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/14225
‹ ກັບໄປໝວດພະຍາກອນອາກາດ












