ວັນອາທິດ ທີ 29 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຸຕຸເຕືອນຝົນຕົກໜັກຫາຕົກໜັກຫຼາຍ ທົ່ວພາກເໜືອ ແລະ ພາກກາງວັນທີ 18-21 ສິງຫານີ້

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ66 ຄັ້ງ
ອຸຕຸເຕືອນຝົນຕົກໜັກຫາຕົກໜັກຫຼາຍ ທົ່ວພາກເໜືອ ແລະ ພາກກາງວັນທີ 18-21 ສິງຫານີ້
ADadvertisement
ADadvertisement
ADadvertisement

ແຈ້ງເຕືອນ ຝົນຕົກໜັກ ໃນວັນທີ 18 ຫາ 21 ສິງຫາ 2026

ສະບັບທີ 1

ເນື່ອງຈາກຮ່ອງຄວາມກົດດັນອາກາດຕ່ຳ (ຮ່ອງຝົນ) ຈະພາດຜ່ານພາກເໜືອ ແລະ ພາກກາງ ຂອງປະເທດລາວ ປ່ອງເຂົ້າສູ່ສູນຄວາມກົດດັນອາກາດຕ່ຳທີ່ປົກຄຸມຢູ່ພາກເໜືອ ຂອງ ສ.ສ ເຫວຽດນາມ, ປະສົມກັບລົມມໍລະສຸມ ຕາເວັນຕົກສຽງໃຕ້ພັດປົກຄຸມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບ ຄ່ອຍ ຫາ ປານກາງໃນຫຼາຍທ້ອງຖິ່ນຂອງປະເທດລາວ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ໃນໄລຍະ 1 ຫາ 3 ວັນຕໍ່ໜ້າ ຢູ່ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຫົວພັນ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ADadvertisement
ADadvertisement
ADadvertisement

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນແຕ່ລະພາກ ຈຶ່ງມີສະຕິ ສະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີ ນ້ຳທ່ວມຊຸ, ດິນເຈື່ອນ ແລະ ນ້ຳທ່ວມອັ່ງໃນຕົວເມືອງ, ສຳລັບຜູ້ທີ່ຈະເດີນທາງຜ່ານຜູສູງ ຕ້ອງໄດ້ກວດສອບສະພາບອາກາດ, ສະພາບທາງ ແລະ ສະພາບຍານພາຫະນະ ກ່ອນອອກເດີນທາງ ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ອຸຕຸເຕືອນຝົນຕົກໜັກຫາຕົກໜັກຫຼາຍ ທົ່ວພາກເໜືອ ແລະ ພາກກາງວັນທີ 18-21 ສິງຫານີ້

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 66 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 29 ພະຈິກ 2026 · ແຮມ 5 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່