MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ

ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ

Jenjila
ເຜີຍແຜ່: 7 September 2026, 15:16
ປັບປຸງຫຼ້າສຸດ: 7 September 2026, 15:16
ອ່ານ 24 ຄັ້ງ
ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ

ລາຍງານສະພາບອາກາດຊ່ວງຕອນແລງຂອງ ວັນທີ 07 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງແລງ ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ແຂວງພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ຖ້ວມຍື່ງ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ແບ່ງປັນ:
‹ ກັບໄປໝວດພະຍາກອນອາກາດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ