ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026

ໂດຍ Jenjila
· 3 ເດືອນ ກ່ອນອ່ານ 1 ນາທີ69 ຄັ້ງ
ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026
ADadvertisement
ADadvertisement
ADadvertisement

ເນື່ອງຈາກຮ່ອງຄວາມກົດອາກາດຕ່ຳ (ຮ່ອງຝົນ) ໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ ປ່ອງໃສ່ຢ່ອນຄວາມກົດອາກາດຕ່ຳທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ຕອນກາງ, ຄາດວ່າໃນວັນທີ 12 ກັນຍາ 2026 ຢ່ອນຄວາມກົດອາກາດຕ່ຳຈະມີກຳລັງແຮງເພີ່ມຂຶ້ນຊຶ່ງອາດຈະເປັນພາຍຸດີເປຣຊັນ (Tropical Depression) ແລະ ຈະເຄື່ອນທີ່ມາໃກ້ຊາຍຝັ່ງທາງພາກກາງຂອງປະເທດ ສສ. ຫວຽດນາມ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງຝັກປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື່ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງແຕ່ເຂດພາກເນື້ອຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະ 1 ຫາ 3 ວັນຕໍ່ໜ້າ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ແຂວງພາກກາງ ແລະ ພາກໃຕ້ ຈຶ່ງມີສະຕິ ສະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີ ນ້ຳທ່ວມຊຸ, ດິນເຈື່ອນ, ນ້ຳທ່ວມຍຶ່ງ ແລະ ນ້ຳທ່ວມຂັງໃນຕົວເມືອງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ອຸຕຸເຕືອນ! ພາຍຸດີເປຣຊັນ 7 ແຂວງພາກກາງ-ໃຕ້ ກຽມຮັບມືຝົນຕົກໜັກ ວັນທີ 12-14 ກັນຍາ 2026

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 69 ຄັ້ງ
‹ ກັບໄປໝວດພະຍາກອນອາກາດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່