
ອັບເດດສະພາບອາກາດຕອນບ່າຍປະຈຳວັນທີ 21 ກັນຍາ 2026 ຊ່ວງ ເວລາ 12:00 ຫາ 18:00 ໂມງແລງ
J
ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:15

ຄວາມກົດດັນສູງຂອງອາກາດເຢັນກຳລັງອ່ອນຫາປານກາງປົກຸ່ມຢູ່ພາກເໜືອ ແລະ ພາກກາງ, ສົມທົບກັບລົມຕາເວັນອອກພັດປົກຄຸມ. ເຮັດໃຫ້ມີອາກາດເຢັນໃນຕອນເຊົ້າທາງພາກເໜືອດ້ານຕາເວັນອອກ, ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກບາງທ້ອງຖິ່ນຢູ່ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.
ພາກເໜືອ ແລະ ພາກກາງ: ສ່ວນໃຫຍ່ມີເມກປົກຫຸມເປັນບາງສ່ວນ, ມີອຸນຫະພູມຕໍ່າສຸດປະມານ 21-29 ອງສາເຊ ແລະ ສູງສຸດປະມານ 27-35 ອງສາເຊ. ພົບຝົນຕົກຄ່ອຍບາງບໍລິເວນໃນບາງແຂວງເຊັ່ນ: ບໍ່ແກ້ວ, ຫລວງນຳທາ, ໄຊຍະບູລີ, ແລະ ສະຫວັນນະເຂດ
ພາກໃຕ້: ມີຝົນຕົກກະຈາຍໃນຫລາຍພື້ນທີ່ ໂດຍມີຝົນຕົກຟ້າຮ້ອງ ຟ້າເຫລື້ອມປົກຫຸມປະມານ 50% ຂອງພື້ນທີ່. ພິເສດແມ່ນແຂວງອັດຕະປື (ມ.ສາມັກຄີໄຊ) ແລະ ແຂວງຈຳປາສັກ (ນະຄອນປາກເຊ) ມີຝົນຕົກປານກາງ ເນື້ອທີ່ປົກຫຸມ 60-65%.




ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/16992
‹ ກັບໄປໝວດພະຍາກອນອາກາດ












