ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 15:02ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສົ່ງແກ້ງສະແກມເມີ້ຈີນ 14 ຄົນ ໃຫ້ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

ໂດຍ kaling
· 35 ນາທີ ກ່ອນອ່ານ 1 ນາທີ3 ຄັ້ງ
image
ADadvertisement
ADadvertisement
ADadvertisement

ໃນວັນທີ 29 ຕຸລາ 2026, ພະແນກປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ສົ່ງຕົວຜູ້ຖືກຫາ ອາຊະຍາກຳດ້ານອິນເຕີເນັດ (ສະແກມເມີ້) ສັນຊາດຈີນ 14 ຄົນ ,ພ້ອມເຄື່ອງຂອງກາງກະທຳຜິດຄື: ຄອມພົວເຕີ້ຕັ້ງໂຕະ 38 ໜ່ວຍ ແລະ ໂທລະສັບ 41 ໜ່ວຍ ມອບໃຫ້ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຜູ້ຖືກຫາ ສັນຊາດຈີນ ທີ່ມອບໃຫ້, ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແມ່ນຖືກກັກຕົວໃນວັນທີ 28 ກັນຍາ 2026, ໂດຍເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ

ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການປະຊາຊົນ ແຂວງ, ອຳນາດການປົກຄອງບ້ານ ແລະ ພາກສວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນ ຢູ່ສະຖານທີ່ເຮືອນໃຫ້ເຊົ້າ ເຊິງຕັ້ງຢູ່ ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

——

©️ຂ່າວກອງບັນຊາການ ປກສ ແຂວງສະຫວັນນະເຂດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ, ຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່