ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 12:06ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອົງການອາຫານໂລກ (WFP) ມອບເງິນຊ່ວຍເຫລືອ ຈຳນວນ 19,26 ຕື້ກີບ ຫຼື (ປະມານ 900.000 ໂດລາສະຫະລັດ) ໃຫ້ຜູ້ປະສົບໄພນ້ຳຖ້ວມ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ6 ຄັ້ງ
ອົງການອາຫານໂລກ (WFP) ມອບເງິນຊ່ວຍເຫລືອ ຈຳນວນ 19,26 ຕື້ກີບ ຫຼື (ປະມານ 900.000 ໂດລາສະຫະລັດ) ໃຫ້ຜູ້ປະສົບໄພນ້ຳຖ້ວມ
ADadvertisement
ADadvertisement
ADadvertisement

ອົງການອາຫານໂລກ (WFP) ໂດຍການປະສານສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບເງິນຊ່ວຍເຫລືອຈຳນວນ 19,26 ຕື້ກີບ (ປະມານ 900.000 ໂດລາສະຫະລັດ) ໂດຍການສະໜັບສະໜູນທຶນຈາກສະຫະລັດອາເມລິກາ ໃຫ້ແກ່ປະຊາຊົນ 15.000 ຄົນ ທີ່ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ໃນເດືອນກໍລະກົດ ຫາ ກັນຍາ 2026 ຜ່ານມາ.

ເມື່ອເກີດອຸທົກກະໄພ, ການຊ່ວຍເຫຼືອດ້ານເງິນສົດຖືເປັນສິ່ງທີ່ມີຄວາມໝາຍຢ່າງຍິ່ງ ເພາະໄດ້ມອບອິດສະຫຼະໃຫ້ກັບແຕ່ລະຄອບຄົວ ໃນການເລືອກຊື້ສິ່ງຂອງທີ່ຈຳເປັນ ແລະ ຕ້ອງການຫຼາຍທີ່ສຸດ.

ອົງການອາຫານໂລກ (WFP) ມອບເງິນຊ່ວຍເຫລືອ ຈຳນວນ 19,26 ຕື້ກີບ ຫຼື (ປະມານ 900.000 ໂດລາສະຫະລັດ) ໃຫ້ຜູ້ປະສົບໄພນ້ຳຖ້ວມ

ຢູ່ທີ່ເມືອງໄຊບູລີ, ແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນທະລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານນາງ ມີເຊວ ເອົາລໍ, ຜູ້ຮັກສາການແທນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ລາວ, ແລະ ທ່ານ ມາກ-ອານເດຣ ໂປສ໌, ຜູ້ອຳນວຍການ ອົງການອາຫານໂລກ ປະຈຳ ລາວ ໄດ້ຮ່ວມກັບຊຸມຊົນທ້ອງຖິ່ນ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຊ່ວຍເຫຼືອດ້ານເງິນສົດ ທີ່ສາມາດຕອບສະໜອງຄວາມຕ້ອງການດ້ານອາຫານສຸກເສີນຂອງຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢ່າງທັນທ່ວງທີ, ໂດຍໄດ້ຮັບການສະໜັບສະໜູນຢ່າງເອື້ອເຟື້ອເພື້ອແຜ່ຈາກ ສະຫະລັດ ອາເມລິກາ.

ອົງການອາຫານໂລກ (WFP) ມອບເງິນຊ່ວຍເຫລືອ ຈຳນວນ 19,26 ຕື້ກີບ ຫຼື (ປະມານ 900.000 ໂດລາສະຫະລັດ) ໃຫ້ຜູ້ປະສົບໄພນ້ຳຖ້ວມ · ຮູບທີ 2

ອົງການອາຫານໂລກ (WFP) ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ແຈກຢາຍເງິນສົດຊ່ວຍເຫຼືອໃຫ້ກັບປະຊາຊົນ 15,000 ຄົນ ໃນ 4 ເມືອງ ຂອງແຂວງສະຫວັນນະເຂດ. ໂດຍແຕ່ລະຄົນຈະໄດ້ຮັບເງິນ 1,350,000 ກີບ (ຫຼື 60 ໂດລາສະຫະລັດ), ເຊິ່ງຄິດໄລ່ໃຫ້ຄອບຄຸມຄວາມຕ້ອງການດ້ານອາຫານທີ່ຈຳເປັນ ເປັນເວລາ 30 ວັນ.

ການຊ່ວຍເຫຼືອເປັນເງິນສົດ ນອກຈາກຈະມອບທາງເລືອກ ແລະ ຄວາມຢືດຢຸ່ນໃຫ້ກັບຄອບຄົວໃນຍາມຂາດແຄນແລ້ວ, ຍັງຊ່ວຍຮັກສາສັກສີ ແລະ ສະໜັບສະໜູນການຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນອີກດ້ວຍ.

ທີ່ມາ: WFP

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່