ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 11:51ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ11:51ຫວຽດນາມປັບຫຼຸດພາສີ “ນ້ຳມັນແອັດຊັງທຸກປະເພດ” ເຫຼືອ 0% ມີຜົນຍາວເຖິງເດືອນມີນາ 2027

ສະຫຼົດ! ເກີດເຫດເຮືອບິນເຈັດສ່ວນຕົວຕົກທີ່ລັດຟລໍຣິດາ ລູກເຮືອທັງໝົດ 9 ຄົນເສຍຊີວິດຍົກລຳ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ12 ຄັ້ງ
Jen - Mahasan Post - 2026-11-02T105058.619
ADadvertisement
ADadvertisement
ADadvertisement

ໃນວັນອາທິດ ທີ 1 ພະຈິກ 2026 ເກີດເຫດເຮືອບິນເຈັດສ່ວນຕົວຕົກໃນເຂດທີ່ຢູ່ອາໄສ ທາງພາກໃຕ້ຂອງລັດຟລໍຣິດາ ປະເທດສະຫະລັດ ສົ່ງຜົນໃຫ້ຜູ້ໂດຍສານ ແລະ ລູກເຮືອທັງໝົດ 9 ຄົນເສຍຊີວິດຍົກລຳ ຂະນະທີ່ເຈົ້າໜ້າທີ່ກຳລັງເລັ່ງສືບສວນຫາສາເຫດ.

ເຮືອບິນສ່ວນຕົວລຸ້ນ Learjet 60 ເຊິ່ງມີຜູ້ໂດຍສານ ແລະ ລູກເຮືອລວມທັງໝົດ 9 ຄົນ ປະສົບເຫດຕົກໃນເຂດທີ່ຢູ່ອາໄສໃກ້ກັບຄຸ້ມ Crest Haven ໃນລັດຟລໍຣິດາ ທາງພາກໃຕ້ຂອງສະຫະລັດຯ ໂດຍທຸກຄົນທີ່ຢູ່ເທິງເຮືອບິນເສຍຊີວິດທັງໝົດ.

ອົງການບໍລິຫານການບິນແຫ່ງຊາດສະຫະລັດຯ (FAA) ລະບຸວ່າ ເຮືອບິນລຳດັ່ງກ່າວຕົກໃນເວລາປະມານ 12:50 ໂມງ ຕາມເວລາທ້ອງຖິ່ນຝັ່ງຕາເວັນອອກຂອງສະຫະລັດຯ.

ທ່ານ ຊອນ ດັຟຟີ (Sean Duffy) ລັດຖະມົນຕີຄົມມະນາຄົມສະຫະລັດຯ ໄດ້ໂພສຜ່ານສື່ສັງຄົມວ່າ ຜູ້ທີ່ຢູ່ເທິງເຮືອບິນທັງ 9 ຄົນ ໄດ້ເສຍຊີວິດຈາກເຫດການຄັ້ງນີ້ ພ້ອມທັງເອີ້ນເຫດການນີ້ວ່າເປັນໂສກນາດຕະກຳທີ່ຮ້າຍແຮງ.

FAA ເປີດເຜີຍວ່າ ເຮືອບິນ Learjet 60 ລຳນີ້ ໄດ້ອອກເດີນທາງຈາກສະໜາມບິນນານາຊາດ Austin-Bergstrom ໃນລັດເທັກຊັດ ໂດຍມີຈຸດໝາຍປາຍທາງໄປຍັງສະໜາມບິນນານາຊາດ North Eleuthera ໃນປະເທດບາຮາມາສ ແຕ່ມາປະສົບເຫດຕົກໃນລັດຟລໍຣິດາກ່ອນ.

ຂະນະທີ່ສື່ທ້ອງຖິ່ນລາຍງານວ່າ ເຮືອບິນໄດ້ຕົກໃສ່ລານຈອດລົດບ້ານເຄື່ອນທີ່ (Mobile Home Park) ໃນເມືອງ Greenacres ເຮັດໃຫ້ລົດບ້ານຢ່າງໜ້ອຍ 1 ຫຼັງຖືກທຳລາຍ.

ຈາກບັນທຶກສຽງການຕິດຕໍ່ລະຫວ່າງນັກບິນ ແລະ ຫໍຄວບຄຸມການຈະລາຈອນທາງອາກາດ ທີ່ເຜີຍແຜ່ໂດຍເວັບໄຊ LiveATC ລະບຸວ່າ ບໍ່ກີ່ນາທີກ່ອນເຮືອບິນຕົກ ນັກບິນໄດ້ລາຍງານວ່າ ເລີ່ມມີນ້ຳກ້ອນເກາະຕາມລຳຕົວເຮືອບິນ.

ອຸນຫະພູມອາກາດພາຍນອກຫຼຸດຕ່ຳລົງເຖິງ -47 ອົງສາເຊລຊຽດ ພ້ອມທັງພົບສະພາບອາກາດປັ່ນປ່ວນລະດັບປານກາງ ສົ່ງຜົນໃຫ້ເຮືອບິນເຫວີ່ຍງຂຶ້ນ-ລົງ ເປັນໄລຍະສູງເຖິງ 200 ແມັດ.

ຫຼັງຈາກນັ້ນບໍ່ດົນ ນັກບິນໄດ້ລາຍງານວ່າເລີ່ມມີຝົນຕົກ ແລະ ພະຍາຍາມຂໍປັບເພີ່ມລະດັບຄວາມສູງຂອງເຮືອບິນ ພ້ອມທັງປະກາດສະຖານະການສຸກເສີນ.

ຕໍ່ມາ ຂໍ້ມູນຈາກເວັບໄຊ ADS-B Exchange ສະແດງໃຫ້ເຫັນວ່າ ເຮືອບິນລຳດັ່ງກ່າວໄດ້ດິ່ງລົງຈາກຄວາມສູງກວ່າ 8,200 ແມັດ ພາຍໃນເວລາພຽງ 1 ນາທີ ກ່ອນທີ່ສັນຍານຕິດຕາມຖ້ຽວບິນຈະຂາດຫາຍໄປ.

ຂະນະນີ້ ຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດສະຫະລັດຯ (NTSB) ກຳລັງດຳເນີນການສືບສວນຫາສາເຫດຂອງເຫດການຄັ້ງນີ້.

ທີ່ມາ: Reuters / CNN

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່