
ເກົາຫຼີເໜືອທົດສອບຫົວຮົບລະເບີດລູກຫວ່ານ ທີ່ຕິດຕັ້ງກັບລູກສອນໄຟ ປະກາດວ່າພ້ອມນຳໃຊ້ 4 ຮູບແບບພາຍໃນປີນີ້

ສຳນັກຂ່າວກາງເກົາຫຼີ (KCNA) ຂອງເກົາຫຼີເໜືອ ລາຍງານວ່າ ສຳນັກງານບໍລິຫານຂີປະນາວຸດຂອງເກົາຫຼີເໜືອ ໄດ້ດຳເນີນການທົດສອບຫົວຮົບລະເບີດລູກຫວ່ານ ໃນວັນທີ 31 ຕຸລາ ເພື່ອປະເມີນປະສິດທິພາບໃນການສູ້ຮົບ ແລະ ອຳນາດການທຳລາຍຂອງຫົວຮົບ ທີ່ຖືກອອກແບບມາໃຫ້ຕິດຕັ້ງກັບຂີປະນາວຸດທາງຍຸດທະວິທີ.

ສະຖາບັນຄົ້ນຄວ້າພາຍໃຕ້ສຳນັກງານບໍລິຫານຂີປະນາວຸດ ລະບຸວ່າ ຜົນການທົດສອບຢືນຢັນວ່າ ຫົວຮົບລະເບີດລູກຫວ່ານມາດຕະຖານ ຮຸ່ນທີ 2 ສາມາດທຳລາຍພື້ນທີ່ເປົ້າໝາຍໄດ້ປະມານ 12-13 ເຮັກຕາ ຫຼື ປະມານ 119,000-129,000 ຕາແມັດ ດ້ວຍອຳນາດການໂຈມຕີທີ່ມີຄວາມໜາແໜ້ນສູງຫຼາຍ.
ຜູ້ອຳນວຍການສຳນັກງານບໍລິຫານຂີປະນາວຸດ ກ່າວວ່າ ເກົາຫຼີເໜືອໄດ້ແບ່ງຫົວຮົບລະເບີດລູກຫວ່ານອອກເປັນ 4 ປະເພດ ປະກອບມີທັງຊະນິດມາດຕະຖານ ແລະ ຊະນິດທີ່ອອກແບບມາສຳລັບພາລະກິດສະເພາະ.
ໂດຍມີເປົ້າໝາຍໃຫ້ໜ່ວຍທະຫານສາມາດເລືອກ ແລະ ນຳເອົາຫົວຮົບທັງ 4 ປະເພດໄປໃຊ້ງານໄດ້ພາຍໃນປີນີ້ ໂດຍເລືອກໃຫ້ເໝາະສົມກັບຈຸດປະສົງຂອງປະຕິບັດການ ແລະ ລັກສະນະຂອງເປົ້າໝາຍ.
ລະເບີດລູກຫວ່ານ (Cluster Bomb) ແມ່ນອາວຸດທີ່ບັນຈຸລະເບີດຂະໜາດນ້ອຍຈຳນວນຫຼາຍສິບຫາຫຼາຍຮ້ອຍລູກໄວ້ພາຍໃນຫົວຮົບ ກ່ອນຈະປ່ອຍໃຫ້ກະຈາຍອອກໃນອາກາດ ເຮັດໃຫ້ສາມາດໂຈມຕີເປົ້າໝາຍຫຼາຍຈຸດໃນພື້ນທີ່ກວ້າງໄດ້.
ພາບທີ່ສື່ຂອງເກົາຫຼີເໜືອເຜີຍແຜ່ ສະແດງໃຫ້ເຫັນການກະຈາຍຕົວ ແລະ ການລະເບີດຂອງວັດຖຸລະເບີດຂະໜາດນ້ອຍ ລວມທັງການໂຈມຕີເປົ້າໝາຍເທິງເກາະ ເຊິ່ງມີສິ່ງປຸກສ້າງທີ່ຄາດວ່າຈຳລອງເປັນໂຮງເກັບເຮືອບິນ ແລະ ສາງເກັບລູກກະສຸນຂອງກອງທັບເກົາຫຼີໃຕ້.
ດ້ານກອງທັບເກົາຫຼີໃຕ້ ລະບຸວ່າ ໄດ້ຕິດຕາມການຍິງຂີປະນາວຸດດັ່ງກ່າວ ເຊິ່ງຖືກຍິງອອກຈາກພື້ນທີ່ໃກ້ເມືອງຊອງຈູ (Chongju) ທາງຕອນເໜືອຂອງເກົາຫຼີເໜືອ ໂດຍມຸ່ງໜ້າໄປທາງທະເລເຫຼືອງ.
ຄະນະເສນາທິການທະຫານຮ່ວມຂອງເກົາຫຼີໃຕ້ ລະບຸວ່າ ເກົາຫຼີໃຕ້ ແລະ ສະຫະລັດฯ ໄດ້ແລກປ່ຽນຂໍ້ມູນກັນຢ່າງໃກ້ຊິດ ຕິດຕາມຄວາມເຄື່ອນໄຫວທີ່ກ່ຽວຂ້ອງກ່ອນການຍິງ ແລະ ກຽມພ້ອມຮັບມືກັບສະຖານະການຢ່າງຕໍ່ເນື່ອງ.
ທ່ານ ຊິນ ຈົງອູ (Shin Jong-woo) ເລຂາທິການຂອງເວທີປາໄສຄວາມໝັ້ນຄົງ ແລະ ການປ້ອງກັນປະເທດຂອງເກົາຫຼີໃຕ້ ທີ່ກຸງໂຊລ ປະເມີນວ່າ ຂີປະນາວຸດທີ່ໃຊ້ໃນການທົດສອບຄັ້ງນີ້ ນ່າຈະເປັນລຸ້ນ ຮວາຊອງ-11RA (Hwasong-11RA).
ທັງນີ້ ເກົາຫຼີເໜືອເຄີຍທົດສອບຂີປະນາວຸດ Hwasong-11RA ທີ່ຕິດຕັ້ງຫົວຮົບລະເບີດລູກຫວ່ານມາແລ້ວ ໃນເດືອນເມສາທີ່ຜ່ານມາ. ໃນຄັ້ງນັ້ນ ທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອ ໄດ້ເຂົ້າຮ່ວມສັງເກດການ ພ້ອມກັບ ຄິມ ຈູແອ ລູກສາວຂອງທ່ານ. ແຕ່ສຳລັບການທົດສອບໃນວັນເສົາທີ່ຜ່ານມາ ບໍ່ມີລາຍງານວ່າ ຄິມ ຈອງອຶນ ໄດ້ເຂົ້າຮ່ວມ.
ການທົດສອບອາວຸດຄັ້ງລ່າສຸດນີ້ ເກີດຂຶ້ນໃນຊ່ວງທີ່ເກົາຫຼີເໜືອກຳລັງເດີນໜ້າທົດສອບອາວຸດຫຼາຍປະເພດ ລວມທັງໂດຣນໂຈມຕີ, ລະບົບຕໍປິໂດນຳວິຖີຮຸ່ນໃໝ່ ແລະ ຂີປະນາວຸດຄວາມໄວເໜືອສຽງພິໄສກາງ.
ຂະນະດຽວກັນ ຄວາມຕຶງຄຽດບໍລິເວນຊາຍແດນລະຫວ່າງສອງເກົາຫຼີກໍເພີ່ມສູງຂຶ້ນ ຫຼັງຈາກເກີດເຫດລະເບີດທຸ່ນລະເບີດ ເຮັດໃຫ້ທະຫານເກົາຫຼີໃຕ້ບາດເຈັບ 3 ນາຍ.
ເກົາຫຼີເໜືອໄດ້ປະຕິເສດຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ ພ້ອມທັງປະກາດເພີ່ມກຳລັງປ້ອງກັນບໍລິເວນຊາຍແດນ ແລະ ກຽມກັບມາໃຊ້ລຳໂພງກະຈາຍສຽງເພື່ອໂຄສະນາຊວນເຊື່ອອີກຄັ້ງ.
ຂະນະດຽວກັນ ລັດຖະມົນຕີຕ່າງປະເທດຂອງເກົາຫຼີໃຕ້, ສະຫະລັດฯ ແລະ ຍີ່ປຸ່ນ ຫາກໍຢືນຢັນຈຸດຢືນຮ່ວມກັນ ໃນການຫາລືສາມຝ່າຍທີ່ນະຄອນແອັດແລນຕາ ໂດຍຮຽກຮ້ອງໃຫ້ເກົາຫຼີເໜືອປົດອາວຸດນິວເຄຼຍຢ່າງສົມບູນ.
ດ້ານທ່ານ ມາໂກ ຣູບິໂອ (Marco Rubio) ລັດຖະມົນຕີຕ່າງປະເທດສະຫະລັດฯ ກ່າວເມື່ອວັນເສົາວ່າ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດฯ ຍັງເປີດກວ້າງຕໍ່ການເຈລະຈາກັບ ຄິມ ຈອງອຶນ ຖ້າຫາກເກົາຫຼີເໜືອພ້ອມທີ່ຈະຫາລືປະເດັນທີ່ສະຫະລັດฯ ແລະ ປະເທດພັນທະມິດມີຄວາມກັງວົນ.
ແນວໃດກໍຕາມ ໃນຂະນະນີ້ ຍັງບໍ່ມີການກຳນົດວັນເວລາສຳລັບການພົບປະເຈລະຈາລະຫວ່າງຜູ້ນຳຂອງທັງສອງປະເທດ.

ແຫຼ່ງຂ່າວ (Source): Seoul Economic Daily
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







