
ລາຄາອ້າງອີງແກັສທຳມະຊາດ ຂອງເອີຣົບ ລື່ນກາຍ 100 ເອີໂຣ ເປັນຄັ້ງທຳອິດ ໃນຮອບ 4 ປີ
ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:59

ວິທະຍຸ ໂທລະພາບ ສູນກາງຈີນ, ລາຄາແກັສທຳມະຊາດ ຂອງເອີຣົບ ໄດ້ສືບຕໍ່ເພີ່ມສູງຂຶ້ນ.ລາຄາແກັສທຳມະຊາດ ທີ່ຈະສົ່ງມອບ ໃນເດືອນພະຈິກ ໃນຕະຫລາດໂອນສິດ ໂຮນລັງຫລື TTF ທີ່ເປັນລາຄາ ອ້າງອີງ ຂອງເອີຣົບໄດ້ເພີ່ມຂຶ້ນ ໂດຍລື່ນກາຍ 100 ເອີໂຣ ຕໍ່ເມກາວັດຊົ່ວໂມງ ເປັນຄັ້ງທຳອິດ ນັບແຕ່ ເດືອນທັນວາປີ 2022 ເປັນຕົ້ນມາ ແລະ ມາຮອດ ເດືອນນີ້, ລາຄາອ້າງອີງ ຂອງແກັສທຳມະຊາດເອີຣົບ ໄດ້ເພີ່ມຂຶ້ນ ປະມານ 40%. ນັກວິເຄາະຕະຫລາດເຫັນວ່າ:ຄັງສຳຮອງແກັສທຳມະຊາດຂອງເອີຣົບ ໃນປັດຈຸບັນ ຢູ່ໃນລະດັບອ່າວຕ່ຳ, ຫລາຍປັດໄຈອາດ ຈະເຮັດໃຫ້ລາຄາແກັສທຳມະຊາດ ເພີ່ມສູງຂຶ້ນຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/23045
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່



ອົດສະຕຣາລີ ສົ່ງຄືນວັດຖຸບູຮານ 2 ລາຍການໃຫ້ແກ່ ສປ ຈີນ
2 ຊົ່ວໂມງກ່ອນ
ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ
3 ຊົ່ວໂມງກ່ອນ


