
ອູແກຣນ ຍິນດີປຶກສາຫາລືກັບ ລັດເຊຍ ກ່ຽວກັບ ບັນຫາດິນແດນ-ຫົວຂໍ້ອ່ອນໄຫວອື່ນໆ
ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:05

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 29 ຕຸລານີ້ ທ່ານ ອັນເດຣີ ສິບິກາລັດຖະມົນຕີ ກະຊວງການຕ່າງປະເທດ ອູແກຣນ ໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ໂວໂລດີເມຍເຊເລນສະກີ ປະທານາທິບໍດີ ອູແກຣນ ຍິນດີທີ່ຈະສົນທະນາ ທາງໂທລະສັບກັບ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີລັດເຊຍເພື່ອປຶກສາຫາລື ກ່ຽວກັບ ຫົວຂໍ້ຫລັກທີ່ສັບສົນ ແລະ ອ່ອນໄຫວທີ່ສຸດເປັນຕົ້ນແມ່ນ ບັນຫາດິນ ແດນ. ທ່ານ ສິບິກາ ເຫັນວ່າ:ການພົບປະ ລະຫວ່າງ ປະມຸກລັດ ອູແກຣນ ແລະ ລັດເຊຍຈະຊຸກຍູ້ການເຈລະຈາ ສັນຕິພາບ ໃຫ້ໄດ້ຮັບຄວາມຄືບໜ້າ ຢ່າງເປັນຮູບປະທໍາ. ພ້ອມດຽວກັນນີ້, ອູແກຣນ ໄດ້ປະຕິເສດຢ່າງຈະແຈ້ງ ຕໍ່ຄວາມເປັນໄປໄດ້ ໃນການຈັດການພົບ ປະດັ່ງກ່າວຢູ່ນະຄອນຫລວງມົດສກູຂອງລັດເຊຍຫລື ປະເທດເບລາຣູຊີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/23040
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່



ອົດສະຕຣາລີ ສົ່ງຄືນວັດຖຸບູຮານ 2 ລາຍການໃຫ້ແກ່ ສປ ຈີນ
2 ຊົ່ວໂມງກ່ອນ
ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ
2 ຊົ່ວໂມງກ່ອນ


