
ສປ ຈີນ ນຳໃຊ້ນະໂຍບາຍການຊື້ເຄື່ອງ ໂດຍເອົາອັນເກົ່າໄປຫັກລາຄາ ຊູກຍູ້ຍອດຂາຍເກີນ 2.000 ກວ່າຕື້ຢວນ
ໂດຍ Mahaxan
· 49 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:42

ວິທະຍຸ ໂທລະພາບສູນກາງຈີນ, ແຫລ່ງຂ່າວຈາກ ກະຊວງການຄ້າຈີນ ໃຫ້ຮູ້ວ່າ:ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ, ສປ ຈີນ ນຳໃຊ້ນະໂຍບາຍ ເອົາເຄື່ອງ ບໍລິໂພກເກົ່າ ໄປແລກຊື້ ເຄື່ອງໃໝ່ ໄດ້ສ້າງມູນຄ່າ ການຈຳໜ່າຍ ຫລາຍກວ່າ 2.000 ຕື້ຢວນ ແລະ ໄດ້ສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນຈີນ ຫລາຍກວ່າ 250 ລ້ານເທື່ອຄົນ ເຊິ່ງໄດ້ຊຸກຍູ້ ການເຕີບໂຕ ດ້ານການບໍລິໂພກ, ຍົກສູງລະດັບການບໍລິໂພກ ແລະການນຳໃຊ້ເຄື່ອງບໍລິໂພກ ແບບໝູນວຽນ ຢ່າງແຂງແຮງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/23043
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່



ອົດສະຕຣາລີ ສົ່ງຄືນວັດຖຸບູຮານ 2 ລາຍການໃຫ້ແກ່ ສປ ຈີນ
2 ຊົ່ວໂມງກ່ອນ
ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ
2 ຊົ່ວໂມງກ່ອນ


