
ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້, ທ່ານ ຫລີຢ້ຽນຊີ້ງຮອງປະທານສະມາຄົມອຸດສາຫະກຳກຳປັ່ນຈີນ ໄດ້ກ່າວວ່າ:ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ສືບຕໍ່ຮັກສາທ່າອຽງ ການພັດທະນາ ຢ່າງວ່ອງໄວ.ປັດຈຸບັນ, ໂຮງງານສ້າງກຳປັ່ນຂອງ ສປ ຈີນ ໄດ້ຮັບການສັ່ງຈອງ ມີເຖິງ 399 ລ້ານ DWT (ບັນຈຸນ້ຳໜັກໄດ້ 399 ລ້ານໂຕນ)ເຊິ່ງເປັນປະລິມານ ວຽກງານໃນ 4 ປີຂ້າງໜ້າ ແລະສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງຂອງອຸດສາຫະກຳກຳປັ່ນແລະ ອຸດສາຫະກຳທາງທະເລ. ທ່ານ ຫລີຢ້ຽນຊີ້ງ ກ່າວວ່າ:ໃນລະຫວ່າງ ເດືອນມັງກອນ ຫາເດືອນກັນຍາປີນີ້, ໂຮງງານສ້າງກຳປັ່ນຂອງ ສປ ຈີນ ໄດ້ຮັບໃບສັ່ງຈອງກຳປັ່ນໃໝ່ເຖິງ 175 ລ້ານ DWT (ບັນຈຸນ້ຳໜັກໄດ້ 175 ລ້ານໂຕນ), ເພີ່ມຂຶ້ນ 163.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 81.8% ຂອງການຊື້-ຂາຍທົ່ວໂລກ, ພຽງແຕ່ການຊື້ຂາຍໃນ 6 ເດືອນຕົ້ນປີນີ້ ກໍເກີນ ຈຳນວນທັງໝົດ ຂອງປີກາຍເຊິ່ງເປັນການພິສູດ ຕໍ່ໂລກອີກຄັ້ງ ກ່ຽວກັບ ຄວາມສາມາດການແຂ່ງຂັນ ສັງລວມຂອງໂຮງງານສ້າງກຳປັ່ນຂອງ ສປ ຈີນແລະ ຄວາມໄວ້ເນື້ອເຊື່ອໃຈ ຂອງສາກົນທີ່ມີຕໍ່ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







