ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 17:09ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວດພົບ 18 ບໍລິສັດ ລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນຢູ່ໃນ 8 ແຂວງທົ່ວປະເທດ

ໂດຍ kaling
· 60 ນາທີ ກ່ອນອ່ານ 2 ນາທີ7 ຄັ້ງ
image
ADadvertisement
ADadvertisement
ADadvertisement

ກອງປະຊຸມສ່ອງແສງວຽກງານກວດກາກ່ຽວກັບແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທໍາມະຊາດ ທົ່ວປະເທດ ດຳເນີນໄປໃນວັນທີ 29 ຕຸລາ 2026 ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ, ມີບັນດາຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງໃນທົ່ວປະເທດ, ຫົວໜ້າກົມພາຍໃນຄະນະກວດກາສູນກາງພັກ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄໍາເຫັນໃນກອງປະຊຸມວ່າ: ໃນໄລຍະຜ່ານມາຢູ່ບັນດາແຂວງຈໍານວນໜຶ່ງ ໄດ້ເກີດມີສະພາບປະຊາຊົນ ແລະ ນັກທຸລະກິດ ໄດ້ບຸກລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນຢູ່ຕາມລຽບສາຍນໍ້າຕ່າງໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຢ່າງຫລວງຫລາຍ; ພັກ, ລັດຖະບານ ກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ກວດກາ ແລະ ໄດ້ອອກຄໍາສັ່ງເດັດຂາດເຖິງບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ໃນກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກວິສາມັນ ສະໄໝທີ XII.

ຄະນະສະເພາະກິດ ກໍ່ໄດ້ລາຍງານ ກ່ຽວກັບ ການແກ້ໄຂບັນຫາແຮ່ທາດ ເຊິ່ງໄດ້ລົງກວດກາຢູ່ 8 ແຂວງ 23 ຈຸດ, ພົບເຫັນການກະທໍາຜິດຂອງ 18 ບໍລິສັດ ແລະ ບຸກຄົນ, ໄດ້ກັກຕົວກຳມະກອນ 118 ຄົນ ມີທັງຄົນລາວ ແລະ ຄົນຕ່າງປະເທດ, ຍຶດກົນຈັກ ແລະ ພາຫະນະ ທີ່ເຄື່ອນໄຫວຜິດກົດໝາຍ ລົດຈົກ 38 ຄັນ, ເຮືອບ່ວງ 20 ລຳ, ລົດຕັກ 2 ຄັນ, ລົດດ້າມ 1 ຄັນ, ຕະແກງຮ່ອນແຮ່, ຈັກດູດນໍ້າ ແລະ ອື່ນໆ, ນອກນີ້ ຍັງໄດ້ຍຶດແຮ່ຄໍາດິບ 77 ກິໂລກຣາມ ຢູ່ບາງແຂວງ.

ສະນັ້ນ, ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການຄົ້ນຄວ້າ ປະກອບ ຄໍາຄິດຄໍາເຫັນ ແລະ ຍົກບັນຫາຕົວຈິງທີ່ພົບເຫັນຢູ່ແຕ່ລະທ້ອງຖິ່ນ ເພື່ອພ້ອມກັນ ຄົ້ນຄວ້າຊອກຫາວິທີແກ້ໄຂບັນຫາດັ່ງກ່າວໃຫ້ຂາດຕົວ ແລະ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ໄດ້ກໍານົດໄວ້.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ, ຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່