
ປະຊາຊົນອິນໂດເນເຊຍ ສະຫຼອງຝົນຕົກ ຫຼັງຜະເຊີນໝອກຄວັນພິດຈາກໄຟປ່າມາດົນຫຼາຍເດືອນ

ປະຊາຊົນ ແລະ ເຈົ້າໜ້າທີ່ດັບໄຟປ່າ ໃນເມືອງປາລັງກາ ຮາຍາ (Palangkaraya) ເທິງເກາະບອກນີໂອ (Borneo) ຂອງປະເທດອິນໂດເນເຊຍ ຕ່າງພາກັນອອກມາຟ້ອນລຳ ແລະ ສະແດງຄວາມຍິນດີ ຫຼັງຈາກມີຝົນຕົກລົງມາຊ່ວຍບັນເທົາວິກິດການໝອກຄວັນພິດ ທີ່ປົກຄຸມພື້ນທີ່ມານານຫຼາຍເດືອນ. ໃນຂະນະດຽວກັນ, ລາຍງານການວິໄຈປະເມີນວ່າ ມົນລະພິດຈາກຄວັນໄຟປ່າໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 3,560 ຄົນທົ່ວປະເທດ ໃນເດືອນກັນຍາທີ່ຜ່ານມາ ແລະ ປະຊາຊົນເກືອບ 58 ລ້ານຄົນ ຕ້ອງສູດດົມອາກາດທີ່ມີຄຸນນະພາບຕັ້ງແຕ່ລະດັບທີ່ເລີ່ມເປັນອັນຕະລາຍ ໄປຈົນເຖິງຂັ້ນເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ.
ປະຊາຊົນ ແລະ ເຈົ້າໜ້າທີ່ດັບໄຟປ່າ ໃນເມືອງປາລັງກາ ຮາຍາ ເຊິ່ງເປັນເມືອງເອກຂອງແຂວງກາລິມັນຕັນກາງ (Central Kalimantan) ເທິງເກາະບອກນີໂອ ຂອງອິນໂດເນເຊຍ ຕ່າງພາກັນອອກມາດ້ານນອກ ເພື່ອຟ້ອນລຳ ແລະ ສົ່ງສຽງສະແດງຄວາມຍິນດີ ຫຼັງຈາກມີຝົນຕົກລົງມາໃນໄລຍະສັບດານີ້ ເຊິ່ງຊ່ວຍບັນເທົາສະຖານະການໝອກຄວັນພິດ ທີ່ປົກຄຸມຕົວເມືອງມານານຫຼາຍເດືອນ ຈາກເຫດໄຟປ່າທີ່ເກີດຂຶ້ນຕັ້ງແຕ່ເດືອນສິງຫາ.
ໂດຍເຈົ້າໜ້າທີ່ດັບໄຟປ່າອາສາສະໝັກ ທີ່ມີຄວາມອິດເມື່ອຍຈາກການຕໍ່ສູ້ກັບແປວໄຟ ຕ່າງພາກັນໂດດຫຼິ້ນໃນແອງນ້ຳ ແລະ ກົ້ມລົງຈູບພື້ນດິນເພື່ອສະແດງຄວາມຂອບໃຈ ໃນຂະນະທີ່ຝົນຕົກລົງມາອີກລະລອກ. ທ່ານ ລຸກມານ ເອລ ຮາຄິມ (Lukman El Hakim) ເຈົ້າໜ້າທີ່ດັບໄຟປ່າ ໄດ້ເປີດເຜີຍຕໍ່ສຳນັກຂ່າວ ເອເອັຟພີ (AFP) ວ່າ: “ທຸກຄົນຮູ້ສຶກດີໃຈຫຼາຍ ຈົນພາກັນກົ້ມຂາບເພື່ອສະແດງຄວາມຂອບໃຈ ພ້ອມທັງກ່າວສັນລະເສີນພະຜູ້ເປັນເຈົ້າ ທີ່ໃນທີ່ສຸດຝົນກໍຕົກລົງມາ”.
ໃນໄລຍະຫຼາຍວັນທີ່ຜ່ານມາ, ມີຝົນຕົກເປັນໄລຍະໃນເມືອງປາລັງກາ ຮາຍາ ເຊິ່ງຜະເຊີນກັບໄຟປ່າທີ່ຮຸນແຮງຢ່າງຕໍ່ເນື່ອງຕັ້ງແຕ່ເດືອນສິງຫາທີ່ຜ່ານມາ. ໂດຍດັດຊະນີຄຸນນະພາບອາກາດ (AQI) ຂອງເມືອງດັ່ງກ່າວ ໄດ້ພຸ່ງສູງເຖິງ 4,000 ຈຸດໃນເດືອນນີ້ ເຊິ່ງຖືເປັນລະດັບສູງສຸດເທົ່າທີ່ເຄີຍມີການກວດວັດມາ ແລະ ສູງກວ່າເກນທີ່ກະຊວງສິ່ງແວດລ້ອມກຳນົດວ່າເປັນລະດັບອັນຕະລາຍຕໍ່ສຸຂະພາບເຖິງ 13 ເທົ່າ.
ຕະຫຼອດໄລຍະວິກິດການໄຟປ່າ, ມີປະຊາຊົນໃນເມືອງປາລັງກາ ຮາຍາ ເຂົ້າຮັບການຮັກສາອາການຕິດເຊື້ອໃນລະບົບທາງເດີນຫາຍໃຈແລ້ວຫຼາຍກວ່າ 11,000 ຄົນ, ໃນຂະນະທີ່ໝອກຄວັນຍັງໄດ້ແຜ່ກະຈາຍໄປສົ່ງຜົນກະທົບຕໍ່ປະເທດເພື່ອນບ້ານຂອງອິນໂດເນເຊຍນຳອີກ.
ອົງການອະນາໄມໂລກ ຫຼື WHO ລະບຸວ່າ: ການສຳຜັດກັບມົນລະພິດທາງອາກາດ ໂດຍສະເພາະຝຸ່ນລະອອງຂະໜາດນ້ອຍ PM2.5 ໃນລະດັບສູງ ມີຄວາມເຊື່ອມໂຍງກັບຄວາມສ່ຽງທີ່ເພີ່ມຂຶ້ນຕໍ່ການເຈັບປ່ວຍ ແລະ ການເສຍຊີວິດກ່ອນໄວອັນຄວນ.
ນອກຈາກນີ້, ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ຈາກການປະຕິບັດໜ້າທີ່ດັບໄຟປ່າໃນອິນໂດເນເຊຍ ໂດຍລາຍຫຼ້າສຸດແມ່ນເຈົ້າໜ້າທີ່ພິທັກປ່າ ອາຍຸ 45 ປີ ເຊິ່ງເສຍຊີວິດຍ້ອນຖືກຕົ້ນໄມ້ລົ້ມທັບ ໃນຂະນະທີ່ກຳລັງຕໍ່ສູ້ກັບໄຟປ່າ ຢູ່ເຂດຕານາ ໂທຣາຈາ (Tana Toraja) ແຂວງສຸລາເວສີໃຕ້ (South Sulawesi) ເມື່ອວັນພຸດທີ່ຜ່ານມາ (28 ຕຸລາ).
ເຖິງຢ່າງໃດກໍຕາມ, ລັດຖະບານອິນໂດເນເຊຍກໍໄດ້ອອກມາຊີ້ແຈງໃນວັນພຸດ ເພື່ອປົກປ້ອງແນວທາງການຮັບມືກັບໄຟປ່າຂອງຕົນ ໂດຍລະບຸວ່າ ໄດ້ລະດົມປະຊາຊົນ ແລະ ເຈົ້າໜ້າທີ່ຫຼາຍກວ່າ 72,000 ຄົນ ເຂົ້າຮ່ວມປະຕິບັດການເຮັດຝົນທຽມ ແລະ ດັບໄຟປ່າ, ພ້ອມທັງສົ່ງແພດ ແລະ ບຸກຄະລາກອນສາທາລະນະສຸກຫຼາຍກວ່າ 2,100 ຄົນ ລົງປະຕິບັດງານໃນພື້ນທີ່ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ໄດ້ແຈກຢາຍຜ້າອັດປາກ-ອັດດັງ ໄປແລ້ວ 5.3 ລ້ານອັນ.
(ທີ່ມາ: AFP)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







