ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 13:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ13:19ນັກວິທະຍາສາດເຕືອນ! ໂລກກຳລັງປະເຊີນຄວາມສ່ຽງຮ້າຍແຮງ ຫຼັງນ້ຳກ້ອນຂົ້ວໂລກລະລາຍໄວຂຶ້ນ 6 ເທົ່າ

ຫວຽດນາມປັບຫຼຸດພາສີ “ນ້ຳມັນແອັດຊັງທຸກປະເພດ” ເຫຼືອ 0% ມີຜົນຍາວເຖິງເດືອນມີນາ 2027

ໂດຍ kaling
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
image
ADadvertisement
ADadvertisement
ADadvertisement

ຫວຽດນາມປະກາດປັບຫຼຸດອັດຕາພາສີຊົມໃຊ້ພິເສດສຳລັບນ້ຳມັນແອັດຊັງທຸກປະເພດ ເຫຼືອ 0% ໂດຍມີຜົນຕັ້ງແຕ່ວັນທີ 1 ພະຈິກ 2026 ໄປຈົນເຖິງວັນທີ 31 ມີນາ 2027.

ສຳນັກຂ່າວ VnExpress ລາຍງານໂດຍອ້າງອີງມະຕິໃໝ່ຂອງທາງການຫວຽດນາມ ເມື່ອວັນເສົາ (31 ຕຸລາ) ວ່າ ພາຍໃຕ້ກົດໝາຍພາສີຊົມໃຊ້ພິເສດ ທີ່ມີຜົນບັງຄັບໃຊ້ເມື່ອວັນທີ 1 ກໍລະກົດຂອງປີນີ້ ໄດ້ກຳນົດອັດຕາພາສີໄວ້ທີ່ 10% ສຳລັບນ້ຳມັນແອັດຊັງທົ່ວໄປ, 8% ສຳລັບນ້ຳມັນຊີວະພາບ E5 ແລະ 7% ສຳລັບນ້ຳມັນຊີວະພາບ E10.

ກ່ອນໜ້ານີ້ ລັດຖະບານຫວຽດນາມເຄີຍປັບຫຼຸດພາສີດັ່ງກ່າວເຫຼືອ 0% ມາແລ້ວ ໃນຊ່ວງທ້າຍເດືອນມີນາ ຈົນເຖິງເດືອນມິຖຸນາ 2026 ເພື່ອຊ່ວຍຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ.

ຂະນະດຽວກັນ ພາສີສິ່ງແວດລ້ອມສຳລັບຜະລິດຕະພັນນ້ຳມັນແອັດຊັງ ແລະນ້ຳມັນເຊື້ອໄຟ ຍັງຄົງເກັບໃນອັດຕາ 0 ດົ່ງຫວຽດນາມຕໍ່ລິດ.

ນອກຈາກນີ້ ລາຍງານຍັງລະບຸວ່າ ຜະລິດຕະພັນດັ່ງກ່າວຍັງໄດ້ຮັບການຍົກເວັ້ນການຍື່ນແຈ້ງ ແລະການຊຳລະພາສີມູນຄ່າເພີ່ມ (VAT) ຕາມນະໂຍບາຍທີ່ໄດ້ຂະຫຍາຍໄລຍະເວລາອອກໄປຈົນເຖິງທ້າຍປີ 2026.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່