ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຜນເໜືອຊັ້ນ! ເຈົ້າຂອງຮ້ານເຫັນກ້ອງ CCTV ປະສານແທັກຊີ 6 ຄັນ ລ້ອມຈັບໂຈນງັດຮ້ານເຂດຊັ່ງຈຽງ

ໂດຍ kaling
· 5 ມື້ ກ່ອນອ່ານ 1 ນາທີ41 ຄັ້ງ
ແຜນເໜືອຊັ້ນ! ເຈົ້າຂອງຮ້ານເຫັນກ້ອງ CCTV ປະສານແທັກຊີ 6 ຄັນ ລ້ອມຈັບໂຈນງັດຮ້ານເຂດຊັ່ງຈຽງ
ADadvertisement
ADadvertisement
ADadvertisement

ນະຄອນຫຼວງວຽງຈັນ – ເກີດເຫດການສຸດຕື່ນເຕັ້ນໃນຕອນເຊົ້າມືດ ວັນທີ 6 ພະຈິກ 2026 ເວລາ 01:20 ນາທີ ເມື່ອຜູ້ໃຊ້ເຟສບຸກຊື່ Jojo Sisamout ໄດ້ໂພສເລົ່າເຫດການເຕືອນໄພ ຫຼັງຖືກຄົນຮ້າຍງັດຮ້ານຂາຍເຄື່ອງ ທີ່ຕັ້ງຢູ່ເສັ້ນທາງ T2 ເຂດຊັ່ງຈຽງ ເມືອງສີໂຄດຕະບອງ ແຕ່ສຸດທ້າຍໂຈນໄປບໍ່ລອດ ເພາະໄຫວພິບຂອງເຈົ້າຂອງຮ້ານ ແລະ ພະລັງພົນລະເມືອງດີ.

ແຜນເໜືອຊັ້ນ! ເຈົ້າຂອງຮ້ານເຫັນກ້ອງ CCTV ປະສານແທັກຊີ 6 ຄັນ ລ້ອມຈັບໂຈນງັດຮ້ານເຂດຊັ່ງຈຽງ

ເຈົ້າຂອງຮ້ານເລົ່າວ່າ ໃນຂະນະທີ່ຕົນເອງກຳລັງເຮັດວຽກຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ໄດ້ເປີດເບິ່ງກ້ອງວົງຈອນປິດ (CCTV) ຢູ່ຮ້ານ ແລະ ພົບເຫັນຄົນຮ້າຍກຳລັງງັດແງະເຂົ້າໄປທາງໃນ. ຍ້ອນໄລຍະທາງຈາກບ້ານໄປຫາຮ້ານຂ້ອນຂ້າງໄກ ຕົນເອງຈຶ່ງຕັດສິນໃຈແກ້ໄຂສະຖານະການຢ່າງໄວວາ ດ້ວຍການໂທປະສານຂໍຄວາມຊ່ວຍເຫຼືອຈາກໂຊເຟີລົດແທັກຊີ ທີ່ຢູ່ໃກ້ບໍລິເວນຮ້ານຈຳນວນ 6 ຄັນ ໃຫ້ຟ້າວໄປຈອດອ້ອມຮ້ານໄວ້ກ່ອນ ໃນລະຫວ່າງທີ່ຕົນເອງກຳລັງເດີນທາງໄປ.

ເມື່ອເຈົ້າຂອງຮ້ານໄປຮອດ ຈຶ່ງໄດ້ຮ່ວມກັບກຸ່ມໂຊເຟີແທັກຊີແບ່ງກັນຄົ້ນຫາຄົນຮ້າຍ. ເມື່ອໂຈນຮູ້ໂຕໄດ້ແລ່ນຫຼົບໜີໄປທາງຕະຫຼາດຊັ່ງຈຽງ ທາງກຸ່ມເຈົ້າຂອງຮ້ານ ແລະ ແທັກຊີຈຶ່ງໄດ້ແລ່ນໄລ່ຕາມ ເຊິ່ງໃນເວລານັ້ນມີພົນລະເມືອງດີທີ່ເຫັນເຫດການ ໄດ້ເຂົ້າມາຊ່ວຍສະກັດ ແລະ ຈັບຕົວຄົນຮ້າຍໄວ້ໄດ້ທັນຄັວນ.

ຫຼັງຈາກຄວບຄຸມໂຕໄດ້ແລ້ວ, ເຈົ້າຂອງຮ້ານໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດ ເຂົ້າມານຳໂຕຜູ້ກ່ຽວໄປດຳເນີນຄະດີ ແລະ ສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ແຜນເໜືອຊັ້ນ! ເຈົ້າຂອງຮ້ານເຫັນກ້ອງ CCTV ປະສານແທັກຊີ 6 ຄັນ ລ້ອມຈັບໂຈນງັດຮ້ານເຂດຊັ່ງຈຽງ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່