ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຕືອນໄພໄຊເບີ ສະຫະລັດ ໃຫ້ເຝົ້າລະວັງການໂຈມຕີຕູ້ແຊ່ ເຮັດໃຫ້ສິນຄ້າເສຍຫາຍເປັນວົງກວ້າງ

ໂດຍ kaling
· 5 ມື້ ກ່ອນອ່ານ 3 ນາທີ11 ຄັ້ງ
ເຕືອນໄພໄຊເບີ ສະຫະລັດ ໃຫ້ເຝົ້າລະວັງການໂຈມຕີຕູ້ແຊ່ ເຮັດໃຫ້ສິນຄ້າເສຍຫາຍເປັນວົງກວ້າງ
ADadvertisement
ADadvertisement
ADadvertisement

ລັດຖະບານສະຫະລັດ ອອກຄຳເຕືອນໄພໄຊເບີຄັ້ງສຳຄັນ ຫຼັງຈາກພົບການໂຈມຕີລະບົບຄວບຄຸມອຸນຫະພູມຕູ້ແຊ່ ແລະ ຫ້ອງເຢັນໃນຊູເປີມາກເກັດ ແລະ ຄັງສິນຄ້າ ທັງໃນສະຫະລັດ ແລະ ເອີຣົບ ໂດຍແຮກເກີສາມາດເຂົ້າຄວບຄຸມລະບົບຈາກໄລຍະໄກ, ສັ່ງເພີ່ມອຸນຫະພູມ ຫຼື ປ່ຽນເປັນໂໝດລະລາຍນ້ຳກ້າມ ສົ່ງຜົນໃຫ້ອາຫານ ແລະ ສິນຄ້າຈຳນວນຫຼາຍເສຍຫາຍ ພ້ອມທັງເຕືອນວ່າອາດຈະລຸກລາມໄປສູ່ຄວາມເສຍຫາຍທາງກາຍະພາບ ແລະ ຄວາມສ່ຽງຈາກອັກຄີໄພ.

ສຳນັກງານຄວາມໝັ້ນຄົງປອດໄພໄຊເບີ ແລະ ໂຄງສ້າງພື້ນຖານສະຫະລັດ (CISA), ສຳນັກງານສືບສວນກາງ (FBI) ແລະ ໜ່ວຍງານລັດຖະບານທີ່ກ່ຽວຂ້ອງ ໄດ້ອອກຄຳເຕືອນຮ່ວມກັນກ່ຽວກັບໄພຄຸກຄາມທາງໄຊເບີ ທີ່ກຳລັງເກີດຂຶ້ນກັບລະບົບເຮັດຄວາມເຢັນ ແລະ ລະບົບຄວບຄຸມອຸນຫະພູມໃນພາກອຸດສາຫະກຳ ໂດຍສະເພາະອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດ ເພື່ອໃຫ້ສາມາດກວດສອບ ແລະ ຄວບຄຸມການເຮັດວຽກຈາກໄລຍະໄກໄດ້ ເຊິ່ງກຳລັງກາຍເປັນຊ່ອງທາງໃຫ້ຜູ້ບໍ່ຫວັງດີເຂົ້າເຖິງລະບົບສຳຄັນຂອງທຸລະກິດ.

ຄຳເຕືອນດັ່ງກ່າວມີຂຶ້ນຫຼັງຈາກເກີດເຫດໂຈມຕີລະບົບເຮັດຄວາມເຢັນໃນຫຼາຍປະເທດຂອງເອີຣົບ ທັງ ຝຣັ່ງ, ແບນຊິກ, ສະວີເດັນ, ອີຣັກ ແລະ ລຸກຊຳບວກ ໂດຍແຮກເກີເຂົ້າໄປປ່ຽນຄ່າການເຮັດວຽກຂອງຕູ້ແຊ່ ແລະ ລະບົບຄວບຄຸມອຸນຫະພູມ ເຮັດໃຫ້ຄວາມເຢັນພາຍໃນຕູ້ສູງຂຶ້ນ ຈົນອາຫານແຊ່ແຂງ ແລະ ສິນຄ້າສົດໄດ້ຮັບຄວາມເສຍຫາຍ. ຊູເປີມາກເກັດຫຼາຍແຫ່ງຕ້ອງໄດ້ຖິ້ມສິນຄ້າຈຳນວນຫຼາຍ ໃນຂະນະທີ່ເຫດໂຈມຕີໃນຝຣັ່ງກ່ອນໜ້ານີ້ ສົ່ງຜົນກະທົບຕໍ່ສະຖານປະກອບການຫຼາຍຮ້ອຍແຫ່ງ ແລະ ມີລາຍງານຄວາມເສຍຫາຍຈາກອຸປະກອນທີ່ເກີດເພີງໄໝ້ນຳອີກ.

ນອກຈາກທຸລະກິດຄ້າປີກແລ້ວ, ກະຊວງປ້ອງກັນປະເທດສະຫະລັດ ຍັງຢູ່ລະຫວ່າງການສືບສວນເຫດການຕູ້ແຊ່ໃນຖານທັບຢ່າງໜ້ອຍ 6 ແຫ່ງ ເຮັດວຽກຜິດປົກກະຕິເມື່ອເດືອນສິງຫາທີ່ຜ່ານມາ ໂດຍບາງແຫ່ງພົບວ່າລະບົບຄວບຄຸມອຸນຫະພູມຖືກປ່ຽນເປັນໂໝດລະລາຍນ້ຳກ້າມ ຈົນເຮັດໃຫ້ອາຫານເສຍຫາຍ. ຂະນະດຽວກັນ ກໍມີລາຍງານຄວາມພະຍາຍາມໂຈມຕີລະບົບແຊ່ເຢັນຂອງທະນາຄານເລືອດໃນຝຣັ່ງ ແຕ່ສາມາດຢຸດຕິໄວ້ໄດ້ກ່ອນທີ່ຈະສົ່ງຜົນກະທົບຕໍ່ເລືອດທີ່ຈັດເກັບໄວ້.

ໜ່ວຍງານດ້ານຄວາມໝັ້ນຄົງໄຊເບີສະຫະລັດ ລະບຸວ່າ: ຄວາມສ່ຽງສຳຄັນແມ່ນມາຈາກລະບົບຄວບຄຸມອຸນຫະພູມ ແລະ ອຸປະກອນເຮັດຄວາມເຢັນທີ່ເຊື່ອມຕໍ່ກັບອິນເຕີເນັດໂດຍກົງ ລວມທັງອຸປະກອນລຸ້ນເກົ່າທີ່ບໍ່ໄດ້ຮັບການອັບເດດດ້ານຄວາມປອດໄພອີກຕໍ່ໄປ. ຫາກຜູ້ໂຈມຕີສາມາດເຂົ້າເຖິງລະບົບໄດ້ ອາດຈະສັ່ງປ່ຽນອຸນຫະພູມ ຫຼື ບັງຄັບໃຫ້ອຸປະກອນເຂົ້າສູ່ວົງຈອນເຮັດຄວາມຮ້ອນ ແລະ ລະລາຍນ້ຳກ້າມຢ່າງຕໍ່ເນື່ອງ ເຊິ່ງບໍ່ພຽງແຕ່ເຮັດໃຫ້ສິນຄ້າເສຍຫາຍ ແຕ່ຍັງອາດຈະກະທົບຕໍ່ອາຍຸການໃຊ້ງານຂອງເຄື່ອງຈັກ ແລະ ເພີ່ມຄວາມສ່ຽງດ້ານຄວາມປອດໄພ.

ທ່ານ ຄຣິສ ບູເທຣາ (Chris Butera) ຮັກສາການຜູ້ບໍລິຫານດ້ານຄວາມໝັ້ນຄົງປອດໄພໄຊເບີຂອງ CISA ເຕືອນວ່າ: ທຸກອົງກອນທີ່ຕ້ອງເພິ່ງພາລະບົບເຮັດຄວາມເຢັນ ແລະ ລະບົບກວດສອບອຸນຫະພູມ ຄວນປະເມີນວ່າຕົນເອງອາດຈະຕົກເປັນເປົ້າໝາຍການໂຈມຕີ ພ້ອມທັງແນະນຳໃຫ້ຜູ້ປະກອບການຍົກເລີກການເປີດລະບົບຄວບຄຸມໃຫ້ເຂົ້າເຖິງໂດຍກົງຈາກອິນເຕີເນັດ, ແຍກເຄືອຂ່າຍຄວບຄຸມເຄື່ອງຈັກອອກຈາກລະບົບໄອທີທົ່ວໄປ, ປ່ຽນລະຫັດຜ່ານ ແລະ ເພີ່ມມາດຕະການຢືນຢັນຕົວຕົນ, ຕິດຕັ້ງແພັດຊ໌ (Patch) ຄວາມປອດໄພ ລວມທັງປ່ຽນອຸປະກອນທີ່ຜູ້ຜະລິດຢຸດຕິການສະໜັບສະໜູນແລ້ວ.

ເຫດການດັ່ງກ່າວສະທ້ອນໃຫ້ເຫັນວ່າ ໄພຄຸກຄາມທາງໄຊເບີບໍ່ໄດ້ຈຳກັດຢູ່ພຽງແຕ່ການໂຈລະກຳຂໍ້ມູນ ຫຼື ໂຈມຕີເວັບໄຊອີກຕໍ່ໄປ ແຕ່ສາມາດສ້າງຄວາມເສຍຫາຍໂດຍກົງຕໍ່ລະບົບໂຄງສ້າງພື້ນຖານ ແລະ ການດຳເນີນທຸລະກິດ ໂດຍສະເພາະອຸດສາຫະກຳອາຫານ, ຄ້າປີກ, ໂລຈິສຕິກ ແລະ ການແພດ ທີ່ຕ້ອງເພິ່ງພາການຄວບຄຸມອຸນຫະພູມຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຈົນເຖິງຂະນະນີ້ ຍັງບໍ່ມີຂໍ້ສະຫຼຸບຢ່າງເປັນທາງການວ່າ ການໂຈມຕີທັງໝົດກ່ຽວຂ້ອງກັບກຸ່ມດຽວກັນ ຫຼື ມີລັດຖະບານປະເທດໃດຢູ່ເບື້ອງຫຼັງ.

ທີ່ມາ: BBC


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດUncategorized
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່