ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030

ໂດຍ kalingອັບເດດ
· 17 ຊົ່ວໂມງ ກ່ອນອ່ານ 3 ນາທີ6 ຄັ້ງ
ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
ADadvertisement
ADadvertisement
ADadvertisement

ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກົມເສດ ຖະກິດຮ່ວມມື ແລະ ພັດທະນາຊົນນະບົດ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030 ໂດຍການຮ່ວມລົງນາມຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ເລ ດຶກ ທິງ ຫົວໜ້າກົມເສດຖະກິດຮ່ວມມື ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030

ບົດບັນທຶກຄວາມເຂົ້າໃຈສະບັບນີ້, ເປັນການສ້າງຕັ້ງການຮ່ວມມືລະຫວ່າງສອງຝ່າຍ ເພື່ອເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ແລະ ສົ່ງເສີມການຮ່ວມມືໃນບັນດາຂົງເຂດການພັດທະນາຊົນນະບົດ, ເສດຖະກິດຮ່ວມມື, ສະຫະກອນ, ການຈັດຕັ້ງການຜະລິດ, ການພັດທະນາຊີວິດການເປັນຢູ່, ການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ສອດຄ່ອງກັບພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດອຳນາດ ຂອງແຕ່ລະຝ່າຍ. ຂອບການຮ່ວມມືນີ້, ສອງຝ່າຍມີຈຸດປະສົງເພີ່ມທະວີການປະສານງານ, ເຊື່ອມໂຍງກັບອົງການ, ການຈັດຕັ້ງ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ; ສົ່ງເສີມການຈັດຕັ້ງປະຕິບັດກິດຈະກຳຕົວຈິງຮ່ວມກັນ ແລະ ມີຜົນປະໂຫຍດຮ່ວມກັນ ໃນໄລຍະ 2026-2030 ບົນພື້ນຖານຕາມກົດໝາຍຂອງແຕ່ລະປະເທດ ແລະ ຊັບພະຍາກອນທີ່ມີຢູ່ຂອງສອງຝ່າຍ.

ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030 · ຮູບທີ 2

ສໍາລັບ ຂອບເຂດການຮ່ວມມືມີຄື: ພັດທະນາຊົນນະບົດ; ເສດຖະກິດຮ່ວມມື, ສະຫະກອນ; ຈັດຕັ້ງການຜະລິດ ແລະ ການເຊື່ອມໂຍງການຜະລິດຕາມເສດຖະກິດຕ່ອງໂສ້; ພັດທະນາຊີວິດການເປັນຢູ່; ແກ້ໄຂຄວາມທຸກຍາກ; ພັດທະນາຫັດຖະກຳ, ຫັດຖະກຳພື້ນບ້ານ ແລະ ຂົງເຂດຂະແໜງການທີ່ກ່ຽວຂ້ອງ. ນອກຈາກນີ້, ຍັງພັດທະນາເສດຖະກິດຮ່ວມມື ແລະ ຈັດຕັ້ງການຜະລິດແລກປ່ຽນບົດ ຮຽນ, ຊ່ວຍເຫລືອທາງດ້ານເຕັກນິກ ແລະ ການປະສານງານ, ທົດລອງບັນດາຮູບແບບກຸ່ມ, ສະຫະ ກອນ, ເຊື່ອມໂຍງການຜະລິດຕາມເສດຖະກິດຕ່ອງໂສ້, ພັດທະນາຜະລິດຕະພັນ, ຫັດຖະກຳ, ຫັດຖະ ກຳພື້ນບ້ານ ແລະ ປັບປຸງຊີວິດການເປັນຢູ່ແບບຍືນຍົງ ທີ່ແທດເໝາະກັບເງື່ອນໄຂຂອງແຕ່ລະປະເທດ ແລະ ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ການຍົກຍ້າຍຖິ່ນຖານຂອງປະຊາຊົນ ແລກ ປ່ຽນບົດຮຽນ ກ່ຽວກັບການພັດທະນາຊົນນະບົດຮອບດ້ານ, ຫລຸດຜ່ອນຄວາມທຸກຍາກດ້ວຍຫລາຍຮູບແບບ, ພັດທະນາຊີວິດການເປັນຢູ່ແບບຍືນຍົງ, ການຍົກຍ້າຍ, ຈັດສັນພື້ນທີ່ທີ່ຢູ່ອາໄສແບບຖາ ວອນ, ຄວາມສ່ຽງຈາກໄພພິບັດທາງທຳມະຊາດ ແລະ ຂົງເຂດທີ່ເໝາະສົມອື່ນໆ; ແລກປ່ຽນບົດຮຽນ ກ່ຽວກັບ ຮູບແບບການພັດທະນາຊົນນະບົດ, ການປັບປຸງຊີວິດການເປັນຢູ່ ແລະ ຫລຸດຜ່ອນຄວາມທຸກຍາກ ໃຫ້ແທດເໝາະກັບເງື່ອນໄຂຂອງແຕ່ລະປະເທດ; ພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນບົດຮຽນ ຈັດຕັ້ງບັນດາຄະນະຜູ້ແທນເຮັດວຽກ, ສຳຫລວດ, ຮຽນຮູ້ຈາກປະສົບການ, ກອງປະຊຸມ, ສຳມະນາ, ການພັດທະນາກຸ່ມ, ຝຶກອົບຮົມ, ແລກປ່ຽນຊ່ຽວຊານ ແລະ ບັນດາໂຄງການສຶກສາ, ການຝຶກອົບຮົມທີ່ແທດ ເໝາະກັບຄວາມຕ້ອງການ ແລະ ຄວາມສາມາດ ຂອງສອງຝ່າຍ; ການກໍ່ສ້າງ, ການທົດລອງ ແລະ ຂະຫຍາຍຮູບການ, ເຊື່ອມສານ ແລະ ຂົນຂວາຍບຸກຄະລາກອນປະສານງານ ເພື່ອກໍ່ສ້າງ, ທົດລອງ ແລະ ຂະຫຍາຍຮູບແບບທີ່ເໝາະສົມກັບບັນດາຂົງເຂດການຮ່ວມມື, ເຊື່ອມໂຍງກັບອົງການ, ໜ່ວຍງານ, ທ້ອງຖິ່ນ, ການຈັດຕັ້ງ, ທຸລະກິດ, ສະຫະກອນ, ສະຖາບັນຝຶກອົບຮົມ ແລະ ຄູ່ຮ່ວມພັດທະນາຂອງແຕ່ລະປະເທດ; ຄົ້ນຫາ, ປຸກລະດົມຊັບພະຍາກອນ ທີ່ຖືກຕ້ອງຕາມກົດໝາຍ ເພື່ອຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຮ່ວມກັນສະເພາະ.

ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030 · ຮູບທີ 3

ຂ່າວ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່