ວັນພະຫັດ ທີ 12 ພະຈິກ 2026ອັບເດດລ່າສຸດ 09:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ້າງວິລະກຳຈົນໄດ້ທຶນ! ແຣກຄູນເມົາທີ່ເຄິຍກໍ່ເຫດບຸກຮ້ານເຫຼົ້າຈົນເປັນໄວຣັລ ຫຼ້າສຸດກາຍເປັນຮີໂຣ່ລະດົມທຶນໄດ້ກວ່າ 280,000 ໂດລາ ເພື່ອຊ່ວຍດູແລສັດທີ່ຖືກຖິ້ມໃນສະຫະລັດ!

ໂດຍ Jenjila
· 19 ຊົ່ວໂມງ ກ່ອນອ່ານ 3 ນາທີ10 ຄັ້ງ
ສ້າງວິລະກຳຈົນໄດ້ທຶນ! ແຣກຄູນເມົາທີ່ເຄິຍກໍ່ເຫດບຸກຮ້ານເຫຼົ້າຈົນເປັນໄວຣັລ ຫຼ້າສຸດກາຍເປັນຮີໂຣ່ລະດົມທຶນໄດ້ກວ່າ 280,000 ໂດລາ ເພື່ອຊ່ວຍດູແລສັດທີ່ຖືກຖິ້ມໃນສະຫະລັດ!
ADadvertisement
ADadvertisement
ADadvertisement

ເກືອບ 1 ປີ ຫຼັງຈາກເຫດການແຣກຄູນເມົາຈົນຖືກຈັບໄດ້ພາຍໃນຮ້ານຈຳໜ່າຍເຫຼົ້າ Virginia ABC ໃນລັດເວີຈິເນຍ ປະເທດສະຫະລັດ ແຄມເປນລະດົມທຶນທີ່ມີແຣກຄູນໂຕນີ້ເປັນຈຸດເດັ່ນ ສາມາດລະດົມເງິນໄດ້ເຖິງ 250,000 ໂດລາ ເພື່ອມອບໃຫ້ແກ່ພະແນກຄວບຄຸມສັດເມືອງ Hanover County

ສ້າງວິລະກຳຈົນໄດ້ທຶນ! ແຣກຄູນເມົາທີ່ເຄິຍກໍ່ເຫດບຸກຮ້ານເຫຼົ້າຈົນເປັນໄວຣັລ ຫຼ້າສຸດກາຍເປັນຮີໂຣ່ລະດົມທຶນໄດ້ກວ່າ 280,000 ໂດລາ ເພື່ອຊ່ວຍດູແລສັດທີ່ຖືກຖິ້ມໃນສະຫະລັດ!

ເງິນບໍລິຈາກຈາກແຄມເປນ “Trashed Panda” ຈະຖືກນຳໄປສະໜັບສະໜູນຄ່າໃຊ້ຈ່າຍຫຼາຍກວ່າເຄິ່ງໜຶ່ງ ໃນການຈັດຊື້ອຸປະກອນໃໝ່ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ບັນທຶກຫຼັກຖານ ແລະ ເກັບຂໍ້ມູນໃນການສືບສວນຄະດີທາລຸນສັດໄດ້ຢ່າງມີປະສິດທິພາບ.

ຈາກເຫດການສຸດປ່ວນຂອງແຣກຄູນໂຕໜຶ່ງ ທີ່ບຸກເຂົ້າຮ້ານຈຳໜ່າຍເຫຼົ້າໃນລັດເວີຈິເນຍ ປະເທດສະຫະລັດ ຈົນຂ້າວຂອງເສຍຫາຍ ແລະ ຕົນເອງນອນສະຫຼົບຢູ່ພື້ນຫ້ອງນ້ຳ ກັບກາຍເປັນເຫດການທີ່ສ້າງກະແສຄວາມສົນໃຈໃນໂລກອອນລາຍ ແລະ ນຳໄປສູ່ການລະດົມທຶນໄດ້ຫຼາຍກວ່າ 280,000 ໂດລາ ເພື່ອຊ່ວຍເຫຼືອສັດທີ່ຢູ່ໃນການດູແລຂອງສູນພັກພິງສັດເມືອງ Hanover County.

ເຫດການນີ້ເກີດຂຶ້ນເກືອບ 1 ປີກ່ອນ ເມື່ອແຣກຄູນໂຕດັ່ງກ່າວບຸກເຂົ້າໄປໃນຮ້ານ Virginia ABC ແລະ ກໍ່ຄວາມວຸ້ນວາຍຈົນຂວດເຫຼົ້າແຕກກະຈາຍເຕັມຮ້ານ ກ່ອນຈະຖືກພົບໃນສະພາບມຶນເມົາ ແລະ ນອນໝົດສະຕິຢູ່ພື້ນຫ້ອງນ້ຳ. ເລື່ອງລາວສຸດແປກນີ້ກາຍເປັນທີ່ມາຂອງແຄມເປນລະດົມທຶນຊື່ວ່າ “Trashed Panda” ໂດຍມີການຈຳໜ່າຍເສື້ອທີ່ມີລວດລາຍກ່ຽວກັບແຣກຄູນໂຕນີ້.

ທ່ານ Jeffrey Parker ຫົວໜ້າຝ່າຍຄຸ້ມຄອງສັດຂອງເມືອງ Hanover County ເປີດເຜີຍວ່າ ແຄມເປນດັ່ງກ່າວສາມາດລະດົມເງິນໄດ້ປະມານ 280,000 ໂດລາ ນັບຕັ້ງແຕ່ເລີ່ມຕົ້ນເມື່ອປີກ່ອນ. ທ່ານຍອມຮັບວ່າຮູ້ສຶກຕົກໃຈກັບຈຳນວນເງິນທີ່ລະດົມໄດ້ ແຕ່ກໍຮູ້ສຶກຂອບໃຈຢ່າງຫຼາຍ ເພາະເງິນທັງໝົດຈະຖືກນຳກັບມາຊ່ວຍເຫຼືອສັດທີ່ຢູ່ໃນສູນ.

ໜຶ່ງໃນໂຄງການສຳຄັນທີ່ຈະໄດ້ຮັບທຶນ ແມ່ນການຈັດຊື້ກ້ອງຕິດຕົວ (Body Camera) ໃຫ້ເຈົ້າໜ້າທີ່ຄຸ້ມຄອງສັດ ເພື່ອບັນທຶກພາບຂະນະລົງປະຕິບັດວຽກ ໂດຍທຶນຈາກແຄມເປນຈະຄອບຄຸມຄ່າອຸປະກອນທັງໝົດ ແລະ ຄ່າບໍລິການໃນປີທຳອິດ.

ທ່ານ Parker ລະບຸວ່າ ກ້ອງດັ່ງກ່າວຈະຊ່ວຍເພີ່ມຄວາມປອດໄພໃຫ້ເຈົ້າໜ້າທີ່, ສ້າງຄວາມໂປ່ງໃສໃນການເຮັດວຽກ ແລະ ເປັນຫຼັກຖານສຳຄັນໃນການສືບສວນຄະດີທາລຸນສັດ. ນອກນັ້ນ ຍັງຊ່ວຍກວດສອບຄຳຮ້ອງຮຽນກ່ຽວກັບການປະຕິບັດງານຂອງພະນັກງານ ແລະ ຫຼຸດຜ່ອນຄວາມຜິດພາດໃນການລາຍງານເຫດການ.

ຄາດວ່າ ເຈົ້າໜ້າທີ່ຈະເລີ່ມຝຶກອົບຮົມໃນໄລຍະ 2-3 ເດືອນ ແລະ ກຳນົດເລີ່ມນຳກ້ອງມາໃຊ້ຈິງໃນວັນທີ 4 ມັງກອນ 2027. ສ່ວນຄ່າບໍລິການໃນປີທີ 2 ຫາປີທີ 5 ຈະເປັນຄວາມຮັບຜິດຊອບຂອງງົບປະມານເມືອງ.

ນອກຈາກກ້ອງຕິດຕົວແລ້ວ ເງິນທຶນທີ່ເຫຼືອຍັງຈະຖືກນຳໄປປັບປຸງສູນພັກພິງສັດ ເຊັ່ນ ສ້າງບ່ອນພັກອາໄສສັດໃໝ່, ຈັດຊື້ຂອງຫຼິ້ນ, ສ້າງໂຮງເກັບອາຫານສັດທີ່ຄວບຄຸມອຸນຫະພູມໄດ້ ພ້ອມທັງຈັດຕັ້ງຄັງແຈກຢາຍອາຫານ ແລະ ສິ່ງຂອງຈຳເປັນໃຫ້ແກ່ຊຸມຊົນ ແລະ ສັດລ້ຽງ.

ທາງພະແນກລະບຸວ່າ ເງິນທຶນຈະຖືກແບ່ງໃຊ້ທັງໃນວຽກງານພາກສະໜາມ ແລະ ວຽກງານພາຍໃນສູນພັກພິງສັດ ໂດຍມີເປົ້າໝາຍນຳເງິນທັງໝົດໄປໃຊ້ເພື່ອປະໂຫຍດຂອງສັດ.

ສ່ວນແຣກຄູນຕົວກໍ່ເຫດທີ່ກາຍເປັນດາວດັງຈາກເຫດການນີ້ ທ່ານ Parker ກ່າວວ່າ ບໍ່ຮູ້ວ່າປັດຈຸບັນມັນຢູ່ໃສ ແຕ່ກໍຫວັງວ່າມັນຈະມີຊີວິດທີ່ດີ ແລະ ບໍ່ກັບໄປບຸກຮ້ານຄ້າສ້າງຄວາມວຸ້ນວາຍອີກ.

ທ່ານຍັງກ່າວຕິດຕະຫຼົກວ່າ ຫວັງວ່າແຣກຄູນໂຕນັ້ນຈະໃຊ້ຊີວິດຢ່າງສະຫງົບ ແລະ “ເປັນຊີວິດທີ່ປອດເຫຼົ້າ”.

ຈາກເຫດການສຸດປ່ວນທີ່ເຄີຍສ້າງສຽງຫົວໃຫ້ຜູ້ຄົນ ກັບກາຍເປັນພະລັງໃນການລະດົມທຶນ ເພື່ອຍົກລະດັບການດູແລ ແລະ ປົກປ້ອງສັດຈຳນວນຫຼາຍ ນັບເປັນອີກເລື່ອງລາວທີ່ປ່ຽນຈາກຄວາມວຸ້ນວາຍໃຫ້ກາຍເປັນປະໂຫຍດຕໍ່ສັງຄົມ.

ທີ່ມາ: wbtv

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 12 ພະຈິກ 2026 · ຂຶ້ນ 3 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່