
ຍອດມູນຄ່າການນຳເຂົ້າ-ສົ່ງອອກ ສິນຄ້າຂອງ ສປ ຈີນ ບັນລຸ 44.810 ຕື້ຢວນ

ວິທະຍຸ ໂທລະພາບສູນກາງຈີນ, ອີງຕາມຕົວເລກສະຖິຕິ ຂອງອົງການພາສີ ແຫ່ງຊາດຈີນ, ໃນ 10 ເດືອນຂອງປີນີ້, ຍອດມູນຄ່າ ການຳເຂົ້າ ແລະສົ່ງອອກສິນຄ້າຂອງ ສປ ຈີນ ບັນລຸເຖິງ 44,810 ຕື້ຢວນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ, ໄດ້ຮັກສາທ່າອຽງການເຕີບໂຕ ຢ່າງແຂງແຮງ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸ 25.990 ຕື້ຢວນ, ເພີ່ມຂຶ້ນ 17,6% ແລະມູນຄ່າການນຳເຂົ້າ ບັນລຸ 18.820 ຕື້ຢວນ, ເພີ່ມຂຶ້ນ 23,6%. ສະເພາະ ເດືອນຕຸລາຜ່ານມາ, ການນຳເຂົ້າ-ສົ່ງອອກ ບັນລຸ 4.870 ຕື້ຢວນ, ເພີ່ມຂຶ້ນ 31,2%. ໃນນັ້ນ, ການສົ່ງອອກບັນລຸ 2.790 ຕື້ ຢວນ, ເພີ່ມຂຶ້ນ 28,7%; ແລະ ການນຳເຂົ້າບັນລຸ 2.080 ຕື້ຢວນ, ເພີ່ມຂຶ້ນ 34,7%. ນັບມາຮອດເດືອນຕຸລາ, ການນຳເຂົ້າ ແລະການສົ່ງອອກຂອງ ສປ ຈີນ ໄດ້ເພີ່ມຂຶ້ນຫລາຍກວ່າ 10% ເປັນເວລາ 6 ເດືອນ ຕິດຕໍ່ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






