ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 22:36ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອາຊຽນ+3 ຕ້ອງຍູ້ແຮງການເຊື່ອມຕໍ່ເສດຖະກິດ ແລະ ການຄ້າ

ໂດຍ Mahaxan
· 1 ອາທິດ ກ່ອນອ່ານ 2 ນາທີ2 ຄັ້ງ
ອາຊຽນ+3 ຕ້ອງຍູ້ແຮງການເຊື່ອມຕໍ່ເສດຖະກິດ ແລະ ການຄ້າ
ADadvertisement
ADadvertisement
ADadvertisement

ວິທະຍຸ ກະຈ່າຍສຽງ ຫວຽດນາມ, ​ວັນ​ທີ 17 ພະ​ຈິກ​, ຢູ່ມາ​ນີ​ລາ​, ປະ​ເທດ ຟີ​ລິບ​ປິນ​, ໃນ​ຂອບ​ເຂດ ກອງ​ປະ​ຊຸມ​ ສຸດ​ຍອດ ອາ​ຊຽນຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ກ່ຽວ​ຂ້ອງ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ​ ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ​, ສປ ຈີນ​, ຍີ່​ປຸ່ນ ແລະ ສ ເກົາ​ຫລີ​, ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ +3 ຄັ້ງ​ທີ 29.ໃນໂອກາດນີ້ ທ່ານ ເລ​ມິງ​ຮືງ ສະ​ເໜີ​ໃຫ້ ອາ​ຊຽນ +3 ຕ້ອງ​ຍົກ​ສູງ ​ປະ​ສິດ​ທິ​ຜົນ​ ໃນ​ການ​ສຸມ​ໃສ່​ຮ່ວມ​ມື ແລະ ສົມ​ທົບກັນ​, ພ້ອມ​ທັງ ​ເປັນ​ເຈົ້າ​ການ ໃນ​ການ​ສະ​ກັດ​ກັ້ນ ແລະຮັບ​ມື​ກັບ ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່​ເພື່ອ​ຍົກ​ສູງ​​ຄວາມ​ສາ​ມາດ​ ສ້າງ​ຄວາມ​ເຂັ້ມ​ແຂງ ​ດ້ວຍ​ຕົນ​ເອງ ແລະສະ​ກັດ​ກັ້ນ​ຄວາມ​ສ່ຽງ ຂອງ​ພາກ​ພື້ນ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້ສະ​ເໜີຕື່ມ​ວ່າ​: “​ພວກ​ເຮົາ ​ຄວນ​ຍູ້​ແຮງ ​ການ​ເຊື່ອມ​ຕໍ່ ​ເສດ​ຖະ​ກິດ ແລະ ການ​ຄ້າ​, ໝູນ​ໃຊ້​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສລີ (FTA) ອາ​ຊຽນ​+1 ແລະສັນ​ຍາ​ຄູ່​ຮ່ວມ​ມື​ ເສດ​ຖະ​ກິດ ​ຮອບ​ດ້ານ​ ພາກ​ພື້ນ (RCEP) ໃຫ້​ດີ​ທີ​ສຸດ​; ປັບ​ປຸງ​ການ​ສົມ​ທົບ​ກັນ ​ໃນ​ຂົງ​ເຂດ ​ບຸ​ລິ​ມະ​ສິດ​ຄື​: ການ​ເງິນ​, ພະ​ລັງ​ງານ​, ທັນ​ຍາ​ຫານ ແລະ ໂລຈີຕິກ(logistics). ພິ​ເສດ​, ຄວນ​ຄົ້ນ​ຄ້ວາ ​ບັນ​ດາ​ຂັ້ນ​ຕອນ ​ສົມ​ທົບ​ກັນ ​ໃນ​ການ​ຕິດ​ຕາມ​ກວດ​ກາ ແລະແບ່ງ​ປັນ​ຂໍ້​ມູນ​, ກາວເຕືອນ​ໄວ ແລະ ໃຫ້​ຄຳ​ປຶກ​ສາ​ທັນ​ການເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ ແຫລ່ງ​ສະ​ໜອງ ໃນ​ໄລ​ຍະ​ເວລາ​ ຖືກ​ຂາດ​ຕິດ​ຂາດ​ຕອນ​.ຄຽງ​ຄູ່​ກັບ​ ກອງ​ທຶນ​ສະ​ສົມ​ເຂົ້າ​ສານ​ດ່ວນ​, ກໍ່​ຄວນ​ເປີດ​ກ້ວາງ​ການ​ຮ່ວມ​ມື ​ກ່ຽວ​ກັບ ​ບັນ​ດາ​ປະ​ເພດ​ ສິນ​ຄ້າ​ ຈຳ​ເປັນອື່ນໆ ແລະສົມ​ທົບກັນ​ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ ດ້ານພະ​ລັງ​ງານ​”. ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ​ສ້າງ​ວິ​ໄສ​ທັດ​ໃໝ່ ໃຫ້​ແກ່​ການ​ຮ່ວມ​ມືອາ​ຊຽນ +3 ໃນ​ໄລ​ຍະ​ໃໝ່​, ຕິດ​ພັນ​ກັບ​ວິ​ໄສ​ທັດ ປະ​ຊາ​ຄົມ ອາ​ຊຽນ 2045 ແລະຕອບ​ສະ​ໜອງ ​ຄວາມ​ຕ້ອງ​ການ ​ພັດ​ທະ​ນາ ​ຂອງ​ພາກ​ພື້ນ​ໃຫ້​ດີກ​ວ່າ​.ທ່ານ​ ເລ​ມິງ​ຮືງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມກໍ່​ເນັ້ນ​ໜັກ ​ບັນ​ດາ​ປະ​ເທດ​ ຕ້ອງ​ຢຶດ​ໝັ້ນ​ເຈລະ​ຈາ​, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ ໂດຍ​ສັນ​ຕິ​ວີ​ທິ​, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ​, ໃນ​ນັ້ນ ມີ​ກົດ​ບັດ ສປຊ, ສົນ​ທິ​ສັນ​ຍາ​ຂອງສປຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ ດ້ວຍ​ທະ​ເລ​ປີ 1982.ສິ້ນ​ສຸດ​ກອງ​ປະ​ຊຸມ​, ບັນ​ດາ​ການ​ນຳ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ຄ້າ​ການເດີນ​ເຮືອ ແລະ ການເຊື່ອມ​ຕໍ່ logistics ແລະຖະ​ແຫຼງ​​ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍຕົນ​ເອງ,​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ​ດ້ານ​ພະ​ລັງ​ງານ ແລະຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຕໍ່​ໜ້າ​ການ​ຜັນ​ແປ​ຈາກ​ພາຍ​ນອກ ແລະການ​ຂາດ​ຕິດ​ຂາດ​ຕອນ​ລະ​ບົບ​ຕ່ອງ​ໂສ້ການ​ສະ​ໜອງ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່