
ກອງປະຊຸມກົນໄກຮ່ວມມື ສອງຝ່າຍ ຈີນ-ສິງກະໂປ

ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 22-23 ພະຈິກນີ້, ທ່ານ ຕິ່ງເຊວ່ຊຽງກຳມະການ ປະຈຳ ກົມການເມືອງ ສູນກາງພັກກອມມູນິດຈີນຮອງນາຍົກລັດຖະມົນຕີຈີນ ໄດ້ເດີນທາງຢ້ຽມຢາມ ສິງກະໂປ ຕາມຄຳເຊີນແລະ ໄດ້ພົບປະກັບ ທ່ານ ລໍເຣນສ໌ ວອງ ນາຍົກລັດຖະມົນຕີ ສິງກະໂປ, ທ່ານ ລີຊຽນລຸງ ລັດຖະມົນຕີອາວຸໂສສິງກະໂປ ແລະ ທ່ານ ການກິມຢົງຮອງນາຍົກລັດຖະມົນຕີ ສິງກະໂປ ຕາມລຳດັບ, ທັງໄດ້ຮ່ວມກັບ ທ່ານການກິມຢົງ ເປັນປະທານ ກອງປະຊຸມ ກົນໄກຮ່ວມມື ສອງຝ່າຍ ສປ ຈີນ-ສິງກະໂປ.ໃນເວລາພົບປະ, ທ່ານ ຕິ່ງເຊວ່ຊຽງ ກ່າວວ່າ:ພາຍໃຕ້ ການເອົາໃຈໃສ່ ແລະ ການຊີ້ນຳ ນຳພາຮ່ວມ ຂອງຜູ້ນຳສອງປະເທດ, ການຮ່ວມມື ຕົວຈິງ ລະຫວ່າງ ສອງຝ່າຍ ສປ ຈີນ-ສິງກະໂປ ໄດ້ຮັບຜົນສຳເລັດ ທີ່ເດັ່ນຊັດ.ພາຍໃຕ້ສະຖານະການສາກົນ ທີ່ສົບສົນປັ່ນປ່ວນ ໃນປັດຈຸບັນ, ສອງຝ່າຍ ຄວນສືບຕໍ່ຍຶດໝັ້ນທິດທາງ ຍຸດທະສາດ ທີ່ຖືກຕ້ອງ, ຮັກສາການພົວພັນ ແລະ ການປະສານງານຢ່າງໃກ້ຊິດ, ຊຸກຍູ້ໃຫ້ການຮ່ວມມື ລະຫວ່າງ ສອງປະເທດ ມີຄວາມໝັ້ນທ່ຽງ ແລະພັດທະນາ ໃນໄລຍະຍາວເພື່ອຮັບໃຊ້ການສ້າງ ຄວາມທັນສະໄໝຂອງໃຜລາວ. ຜູ້ນຳສິງກະໂປ ຄື: ທ່ານ ລໍເຣນສ໌ ວອງ, ທ່ານ ລີຊຽນລຸງ ແລະທ່ານອື່ນໆ ກ່າວວ່າ:ສິງກະໂປໃຫ້ຄວາມສຳຄັນເປັນຢ່າງສູງ ຕໍ່ການພັດທະນາສາຍພົວພັນກັບ ສປ ຈີນ, ປັດຈຸບັນ, ໂລກ ແລະສອງປະເທດ ສິງກະໂປ- ສປ ຈີນ ລ້ວນແຕ່ມີການປ່ຽນແປງ ອັນໃຫຍ່ຫລວງ, ສິງກະໂປ ຍິນດີຮ່ວມກັບ ສປ ຈີນ ເພີ່ມທະວີ ການເຊື່ອມຕໍ່ ດ້ານຍຸດທະສາດ ການພັດທະນາ, ສືບຕໍ່ປັບປຸງ ແລະ ເປີດກວ້າງສາຍພົວພັນ ຄູ່ຮ່ວມມື ຮອບດ້ານ, ມີຄຸນນະພາບສູງ ແລະ ມຸ່ງໄປຂ້າງໜ້າ ຢ່າງຕໍ່ເນື່ອງ. ທ່ານ ຕິ່ງເຊວ່ຊຽງ ແລະ ທ່ານ ການກິມຢົງໄດ້ຮ່ວມກັນເປັນປະທານກອງປະຊຸມກົນໄກຮ່ວມມືສອງຝ່າຍ 4 ປະການ.ສອງຝ່າຍເຫັນດີເປັນເອກະພາບກັນ ທີ່ຈະບັນລຸໝາກຜົນ ການຮ່ວມມື ໃຫ້ຫລາຍກວ່າເກົ່າແລະ ຊຸກຍູ້ການເຊື່ອມສານຈິດໃຈ ລະຫວ່າງ ປະຊາຊົນ ສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່



ສປ ຈີນ ຈະຕ້ອນຮັບ ນັກບິນອະວະກາດ ຕ່າງປະເທດ ຄົນທຳອິດ
2 ຊົ່ວໂມງກ່ອນ
ເກີດເຫດໄຟໄໝ້ໂຮງງານ ຜະລິດເຂົ້າໜົມອົມ ຢູ່ອິນໂດເນເຊຍ
2 ຊົ່ວໂມງກ່ອນ








