ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 16:29ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີ

ໂດຍ Mahaxan
· 31 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີ
ADadvertisement
ADadvertisement
ADadvertisement

​   ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 22 ພະຈິກນີ້, ທ່ານ ວາງຢີ້ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ສົ່ງສານອວຍພອນ ເຊິ່ງກັນແລະກັນເນື່ອງໃນໂອກາດທີ່ ສປ ຈີນ ແລະອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 5 ປີ. ເນື້ອໃນສານຂອງ ທ່ານ ວາງຢີ້ລະບຸວ່າ: ນັບແຕ່ ສປ ຈີນ-ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ໃນປີ 2021 ເປັນຕົ້ນມາ, ພາຍໃຕ້ ການນຳພາ ດ້ານຍຸດທະສາດຂອງຜູ້ນຳ ສອງຝ່າຍ, ຄວາມໄວ້ເນື້ອ ເຊື່ອໃຈກັນ ທາງການເມືອງນັບມື້ ນັບເລິກເຊິ່ງ,ການຮ່ວມມື ທີ່ຕິດແທດຕົວຈິງ ໄດ້ຮັບໝາກຜົນ ຢ່າງອຸດົມສົມບູນ,ການພົວພັນມິດຕະພາບ ມີຄວາມສະໜິດແໜ້ນກວ່າເກົ່າ. ສອງຝ່າຍ ເປັນຄູ່ການຄ້າ ໃຫຍ່ທີ່ສຸດ ຂອງກັນ ແລະ ກັນ ເປັນເວລາ 6 ປີຢ່າງລຽນຕິດ, ອະນຸສັນຍາ ວ່າດ້ວຍ ການຍົກລະດັບ ເຂດການຄ້າເສລີ ຈີນ-ອາຊຽນ ສະບັບ 3.0 ໄດ້ຮັບການລົງນາມຢ່າງເປັນທາງການ ແລະກຳລັງ ຈະມີຜົນບັງຄັບໃຊ້, ການຮ່ວມມື ໃນຂົງເຂດຕ່າງໆ ຈະເລີນຮຸ່ງເຮືອງ, ບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດແລະປະຊາຊົນຂອງຕົນເທົ່ານັ້ນ, ຍັງປະກອບສ່ວນອັນສຳຄັນ ເຂົ້າໃນ ສັນຕິພາບ, ສະຖຽນລະພາບແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ຂ້າພະເຈົ້າ ຍິນດີຮ່ວມກັບ ທ່ານ ເລຂາທິ ການໃຫຍ່ແລະເພື່ອນຮ່ວມງານຈາກປະເທດຕ່າງໆ ໃນອາຊຽນ,ຕັ້ງໜ້າຈັດຕັ້ງປະຕິບັດ ຕາມ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ອັນສຳຄັນ ຂອງຜູ້ນຳ ສອງຝ່າຍ,ຍຶດໝັ້ນສາຍພົວພັນ ມິດຕະພາບ ຊ່ວຍເຫລືອກັນ, ການເປີດປະຕູຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ປະດິດສ້າງໃໝ່ແລະພັດ ທະນາ ເພື່ອສ້າງບ້ານເຮືອນ ຮ່ວມທີ່ມີສັນຕິພາບ,ມີຄວາມສະຫງົບ,ຈະເລີນຮຸ່ງເຮືອງ, ສວຍສົດງົດງາມແລະ ມີໄມຕີຈິດ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ອາຊຽນ ທີ່ສະໜິດແໜ້ນກວ່າເກົ່າ. ເນື້ອໃນ ສານ ຂອງທ່ານ ກາວກິມຮຸນລະບຸວ່າ: ສປ ຈີນ ເປັນໜຶ່ງໃນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ເກົ່າແກ່ທີ່ສຸດຂອງອາຊຽນ.ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສອງຝ່າຍ ມີຄວາມ ໝາຍ ສຳຄັນຍິ່ງທັງມີເນື້ອໃນອຸດົມສົມບູນ ເຊິ່ງອາຊຽນໃຫ້ຄວາມສຳຄັນໃນລະດັບສູງ.ໃນໄລຍະ 5 ປີມານີ້, ການຮ່ວມມືໃນ 3 ຂົງເຂດເສົາຄ້ຳ ຄື:ຄວາມໝັ້ນຄົງດ້ານການເມືອງ,ເສດ ຖະກິດແລະ ວັດທະ ນະທຳ-ສັງຄົມ ລະຫວ່າງ ສອງຝ່າຍ ນັບມື້ລົງເລິກ ຢ່າງຕໍ່ເນື່ອງ,ພ້ອມກັນ ສຸມຄວາມພະຍາຍາມ ເພື່ອປົກປັກຮັກສາ ໂຄງປະກອບການຄ້າ ຫລາຍຝ່າຍເພື່ອກໍ່ສ້າງເສດຖະກິດພາກພື້ນ ທີ່ຍິ່ງເປີດ ປະຕູ,ກວມລວມ ແລະ ມີຄວາມໝັ້ນໜຽວເຊິ່ງໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມ ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບແລະ ຄວາມຈະເລີນຮຸ່ງເຮືອງພ້ອມທັງ ນຳເອົາຄວາມສຸກແທ້ ຈິງມາໃຫ້ປະຊາຊົນໃນພາກພື້ນ.ຂ້າພະເຈົ້າ ເຕັມໄປດ້ວຍຄວາມໝັ້ນໃຈຕໍ່ການພົວພັນ ລະຫວ່າງ ສອງຝ່າຍທີ່ນັບມື້ກ້າວສູ່ລວງເລິກແລະ ເປັນຮູບປະທຳຄອງຄອຍ ທີ່ຈະສືບຕໍ່ເກາະແຂນກັບຈີນເພື່ອ ຊຸກຍູ້ ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ອາຊຽນ- ສປ ຈີນ ໃຫ້ນັບມື້ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ເພື່ອນຳເອົາຄວາມສຸກ ມາໃຫ້ປະຊາຊົນສອງຝ່າຍແລະ ທົ່ວພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່