ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 15:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານາທິບໍດີ ໂດນັລ ທຣຳ ມີຄຳສັ່ງໃຫ້ກະຊວງຍຸຕິທຳສະຫະລັດ ຊຸກຍູ້ການນຳໂທດປະຫານມາໃຊ້ກັບຜູ້ທີ່ຖືກຕັດສິນວ່າຄາດຕະກຳເດັກນ້ອຍ

ໂດຍ Jenjila
· 31 ນາທີ ກ່ອນອ່ານ 3 ນາທີ5 ຄັ້ງ
ປະທານາທິບໍດີ ໂດນັລ ທຣຳ ມີຄຳສັ່ງໃຫ້ກະຊວງຍຸຕິທຳສະຫະລັດ ຊຸກຍູ້ການນຳໂທດປະຫານມາໃຊ້ກັບຜູ້ທີ່ຖືກຕັດສິນວ່າຄາດຕະກຳເດັກນ້ອຍ
ADadvertisement
ADadvertisement
ADadvertisement

ປະທານາທິບໍດີ ໂດນັລ ທຣຳ (Donald Trump) ແຫ່ງສະຫະລັດ ໄດ້ລົງນາມໃນຄຳສັ່ງປະທານາທິບໍດີ ເມື່ອວັນທີ 23 ພະຈິກ 2026 ໂດຍມອບໝາຍໃຫ້ກະຊວງຍຸຕິທຳສະຫະລັດຊຸກຍູ້ການຂໍໃຫ້ສານລົງໂທດປະຫານຊີວິດຕໍ່ຜູ້ກະທຳຜິດໃນຄະດີຄາດຕະກຳຮ້າຍແຮງລະດັບລັດຖະບານກາງ ລວມທັງຄະດີຄາດຕະກຳເດັກ, ການຄາດຕະກຳທີ່ກ່ຽວຂ້ອງກັບການຂົ່ມຂືນ ຫລື ການລ່ວງລະເມີດທາງເພດ ແລະ ການຄ້າມະນຸດ.

ປະທານາທິບໍດີ ໂດນັລ ທຣຳ ມີຄຳສັ່ງໃຫ້ກະຊວງຍຸຕິທຳສະຫະລັດ ຊຸກຍູ້ການນຳໂທດປະຫານມາໃຊ້ກັບຜູ້ທີ່ຖືກຕັດສິນວ່າຄາດຕະກຳເດັກນ້ອຍ

ຕາມເອກະສານຄຳສັ່ງທີ່ເຜີຍແຜ່ຜ່ານເວັບໄຊທາງການຂອງທຳນຽບຂາວ ລະບຸວ່າ ທ່ານ ທຣຳ (Trump) ໄດ້ສັ່ງໃຫ້ລັດຖະມົນຕີຍຸຕິທຳ ດຳເນີນມາດຕະການທາງກົດໝາຍ ເພື່ອຂໍໃຫ້ສານນຳໃຊ້ໂທດປະຫານຊີວິດກັບຄະດີຄາດຕະກຳຮ້າຍແຮງບາງປະເພດ ໂດຍຂະຫຍາຍຂອບເຂດຈາກຄຳສັ່ງທີ່ລັດຖະບານອອກກ່ອນໜ້ານີ້.

ຄະດີທີ່ຢູ່ໃນຂອບເຂດຄຳສັ່ງດັ່ງກ່າວ ປະກອບມີ:

ADadvertisement
ADadvertisement
ADadvertisement
  • ການຄາດຕະກຳຂັ້ນທີ 1 ຕໍ່ເດັກນ້ອຍ (ບຸກຄົນທີ່ມີອາຍຸຍັງບໍ່ທັນຄົບ 18 ປີບໍລິບູນ).
  • ການຄາດຕະກຳທີ່ເກີດຂຶ້ນໃນລະຫວ່າງການຂົ່ມຂືນ ຫຼື ການລ່ວງລະເມີດທາງເພດ.
  • ການຄາດຕະກຳທີ່ກ່ຽວຂ້ອງກັບການຂູດຮີດທາງເພດເດັກ ຫຼື ການຄ້າປະເວນີມະນຸດ.
  • ການຄາດຕະກຳໃນລະຫວ່າງການລັກພາຕົວ ຫຼື ການຄ້າມະນຸດ.

ນອກຈາກນີ້ ຄຳສັ່ງຍັງກຳນົດໃຫ້ກະຊວງຍຸຕິທຳເລັ່ງລັດຂະບວນການບັງຄັບໃຊ້ໂທດປະຫານຊີວິດ ສຳລັບນັກໂທດທີ່ຖືກສານລັດຖະບານກາງຕັດສິນແລ້ວ ໂດຍໃຫ້ເລັ່ງການພິຈາລະນາຄຳຮ້ອງອຸທອນ ຄັດຄ້ານການຖ່ວງເວລາທາງກົດໝາຍ ແລະຫຼຸດຂັ້ນຕອນທາງບໍລິຫານທີ່ບໍ່ຈຳເປັນ.

ການອອກຄຳສັ່ງຄັ້ງນີ້ ເກີດຂຶ້ນທ່າມກາງຄວາມຂັດແຍ້ງລະຫວ່າງ ທ່ານ ທຣຳ (Trump) ກັບ ທ່ານ ແກວິນ ນິວຊຳ (Gavin Newsom) ຜູ້ວ່າການລັດ ຄາລິຟໍເນຍ ກ່ຽວກັບນະໂຍບາຍໂທດປະຫານຊີວິດ.

ກ່ອນໜ້ານີ້ ທ່ານ ນິວຊຳ (Newsom) ໄດ້ປະກາດແຜນການປ່ຽນໂທດປະຫານຊີວິດຂອງນັກໂທດ 548 ຄົນໃນລັດ ຄາລິຟໍເນຍ ໃຫ້ເປັນໂທດຈຳຄຸກຕະຫຼອດຊີວິດໂດຍບໍ່ມີສິດຂໍປ່ອຍຕົວ. ຂະນະທີ່ ທ່ານ ທຣຳ ໄດ້ວິຈານແຜນການດັ່ງກ່າວ ໂດຍກ່າວວ່າເປັນການບໍ່ໃຫ້ຄວາມເປັນທຳກັບຄອບຄົວຂອງຜູ້ເຄາະຮ້າຍ.

ທັງນີ້ ອຳນາດຂອງປະທານາທິບໍດີສະຫະລັດໃນການອອກຄຳສັ່ງດັ່ງກ່າວ ຄອບຄຸມສະເພາະຄະດີທີ່ຢູ່ໃນຂອບເຂດອຳນາດຂອງລັດຖະບານກາງ ແລະ ບໍ່ສາມາດສັ່ງຍົກເລີກການຕັດສິນໃຈດ້ານການຫຼຸດຜ່ອນໂທດຂອງລັດ ຄາລິຟໍເນຍ ໄດ້ໂດຍກົງ.

ນະໂຍບາຍໂທດປະຫານຊີວິດຍັງເປັນປະເດັນທີ່ມີການຖົກຖຽງໃນສັງຄົມສະຫະລັດ. ຝ່າຍສະໜັບສະໜູນເຫັນວ່າ ໂທດປະຫານຊີວິດເປັນບົດລົງໂທດທີ່ສົມຄວນສຳລັບອາຊະຍາກຳຮ້າຍແຮງທີ່ສຸດ ແລະເປັນການສ້າງຄວາມເປັນທຳໃຫ້ແກ່ຄອບຄົວຜູ້ເຄາະຮ້າຍ.

ຂະນະທີ່ຝ່າຍຄັດຄ້ານມີຄວາມກັງວົນກ່ຽວກັບຄວາມຜິດພາດໃນການພິພາກສາ, ຄວາມບໍ່ເທົ່າທຽມໃນການນຳໃຊ້ກົດໝາຍ ແລະ ຄວາມສ່ຽງທີ່ຜູ້ບໍລິສຸດອາດຖືກລົງໂທດປະຫານຊີວິດ.

ຢ່າງໃດກໍຕາມ ຄຳສັ່ງຂອງ ທ່ານ ທຣຳ (Trump) ບໍ່ໄດ້ໝາຍຄວາມວ່າຜູ້ຖືກຕັດສິນວ່າຄາດຕະກຳເດັກທຸກຄົນຈະຖືກປະຫານຊີວິດໂດຍອັດຕະໂນມັດ ເນື່ອງຈາກການນຳໃຊ້ໂທດດັ່ງກ່າວຍັງຕ້ອງຜ່ານຂະບວນການພິຈາລະນາຂອງສານ ແລະ ຕ້ອງເປັນໄປຕາມກົດໝາຍຂອງສະຫະລັດ.

ແຫຼ່ງຂ່າວອ້າງອີງ:

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່