
ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41

ວິທະຍຸ ໂທລະພາບສູນກາງຈີນ, ຂະບວນກຳປັ່ນກອງທັບເຮືອຈີນ ແລະຫວຽດນາມ ໄດ້ສຳເລັດ ການລາດຕະເວນຮ່ວມ ຄັ້ງທີ 41 ຢູ່ອ່າວເປີຍປູ້ຢ່າງຈົບງາມ.ການລາດຕະເວນຮ່ວມ ຄັ້ງນີ້ ດໍາເນີນເປັນເວລາ 2 ວັນ, ເດີນເຮືອ 32 ຊົ່ວໂມງ ແລະ ເດີນເຮືອທັງໝົດ 351 ໄມທະເລ.ສອງຝ່າຍຕ່າງໄດ້ສົ່ງກຳປັ່ນກອງທັບເຮືອ ພາກສ່ວນລະ 2ລຳເຂົ້າຮ່ວມ. ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຢູ່ອ່າວເປີຍປູ້ແມ່ນກິດຈະກຳ ແລກປ່ຽນມິດຕະພາບຕາມສັນຍາ ແລະແຜນທຳນຽມປະຈຳປີ ລະຫວ່າງ ສອງກອງທັບ. ນັບແຕ່ ສປ ຈີນ ແລະ ສສ ຫວຽດນາມໄດ້ເຊັນ “ສັນຍາລາດຕະເວນຮ່ວມ ຢູ່ອ່າວເປີຍປູ້ລະຫວ່າງ ກອງທັບເຮືອຈີນ-ຫວຽດນາມ” ໃນປີ 2005, ສອງກອງທັບ ໄດ້ຈັດການລາດຕະເວນຮ່ວມ ຢູ່ອ່າວດັ່ງກ່າວ ເປັນຄັ້ງທຳອິດໃນປີ 2006 ແລະ ໄດ້ຈັດຂຶ້ນເປັນເວລາ 20 ປີແລ້ວໂດຍໄດ້ບັນລຸການຂ້າມຜ່ານຈາກການຄົ້ນຄວ້າ ໃນໄລຍະເລີ່ມຕົ້ນຈົນເຖິງກິດຈະກຳທີ່ເປັນແບບກົນໄກ ແລະ ປົກກະຕິ, ແມ່ນພຶດຕິກຳຕົວຈິງ ທີ່ມີຊີວິດຊີວາ ຂອງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຈີນ-ຫວຽດນາມໃນຂົງເຂດທາງການທະຫານເຊິ່ງໄດ້ເສີມຂະຫຍາຍ ບົດບາດອັນຕັ້ງໜ້າ ໃນການເພີ່ມທະວີມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ, ເພີ່ມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ສອງກອງທັບ, ທັງຊຸກຍູ້ການສ້າງຄູ່ຮ່ວມ ຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ ໃນລະດັບສູງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













