ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 16:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ16:42ບຸກຄົ້ນຫ້ອງເຊົ່າກາງເມືອງຊຳເໜືອ! ປກສ ແຂວງຫົວພັນ ຈັບພໍ່ຄ້າໜຸ່ມອາຍຸ 18 ປີ ຢຶດຢາບ້າ 12,000 ເມັດ ພ້ອມຢາສູບໄຟຟ້າ ແລະ ໃບກະທ່ອມ

ບຸກຄົ້ນຫ້ອງເຊົ່າກາງເມືອງຊຳເໜືອ! ປກສ ແຂວງຫົວພັນ ຈັບພໍ່ຄ້າໜຸ່ມອາຍຸ 18 ປີ ຢຶດຢາບ້າ 12,000 ເມັດ ພ້ອມຢາສູບໄຟຟ້າ ແລະ ໃບກະທ່ອມ

ໂດຍ kaling
· 2 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ບຸກຄົ້ນຫ້ອງເຊົ່າກາງເມືອງຊຳເໜືອ! ປກສ ແຂວງຫົວພັນ ຈັບພໍ່ຄ້າໜຸ່ມອາຍຸ 18 ປີ ຢຶດຢາບ້າ 12,000 ເມັດ ພ້ອມຢາສູບໄຟຟ້າ ແລະ ໃບກະທ່ອມ
ADadvertisement
ADadvertisement
ADadvertisement

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ບຸກກວດຄົ້ນຫ້ອງເຊົ່າແຫ່ງໜຶ່ງຢູ່ເຂດເມືອງຊຳເໜືອ ສາມາດກັກຕົວຜູ້ຄ້າຢາເສບຕິດລາຍຍ່ອຍອາຍຸພຽງ 18 ປີ ພ້ອມຢຶດຂອງກາງຢາບ້າຈຳນວນຫຼາຍເຖິງ 12,000 ເມັດ, ຢາສູບໄຟຟ້າ, ນ້ຳຢາແກ້ໄອ ແລະ ໃບກະທ່ອມ ມາດຳເນີນຄະດີຕາມກົດໝາຍ.

ອີງຕາມການລາຍງານຂອງ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ໃນວັນທີ 23 ພະຈິກ 2026 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີການມົ້ວສຸມ ແລະ ລັກລອບຄ້າ-ຂາຍໃບກະທ່ອມ ຢູ່ເຂດຫ້ອງເຊົ່າ ບ້ານນາວຽງ ເມືອງຊຳເໜືອ ແຂວງຫົວພັນ. ພາຍຫຼັງໄດ້ຮັບແຈ້ງ ຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະລົງຕິດຕາມກວດກາ ແລະ ພົບເຫັນວ່າມີມູນຄວາມຈິງແທ້.

ເຈົ້າໜ້າທີ່ຈຶ່ງໄດ້ວາງແຜນເຂົ້າກວດຄົ້ນຫ້ອງເຊົ່າເປົ້າໝາຍ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ຍາກົວວ່າງ ອາຍຸ 18 ປີ ປະຊາຊົນບ້ານຫ້ວຍຊາຍ ເມືອງແອດ ແຂວງຫົວພັນ ທີ່ພັກເຊົາຢູ່ພາຍໃນຫ້ອງເຊົ່າດັ່ງກ່າວ.

ADadvertisement
ADadvertisement
ADadvertisement

ຜ່ານການກວດຄົ້ນພາຍໃນຫ້ອງເຊົ່າ ເຈົ້າໜ້າທີ່ສາມາດຢຶດຂອງກາງໄດ້ຫຼາຍລາຍການ ປະກອບມີ:

  • ຢາບ້າ: ຈຳນວນ 2 ແພັກ ລວມທັງໝົດ 12,000 ເມັດ.
  • ຢາສູບໄຟຟ້າ: ຈຳນວນ 86 ອັນ.
  • ນ້ຳຢາ Datissin (ດາຕິສຊິນ): ຈຳນວນ 23 ກ້ອງ.
  • ໃບກະທ່ອມ: ນ້ຳໜັກ 1 ກິໂລກຣາມ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ທ້າວ ຍາກົວວ່າງ ໄດ້ຮັບສາລະພາບວ່າ ຢາເສບຕິດ ແລະ ເຄື່ອງຂອງກາງທັງໝົດທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນເປັນຂອງຕົນເອງແທ້ ໂດຍໄດ້ນຳມາເກັບໄວ້ເພື່ອລັກລອບຈຳໜ່າຍຂາຍຍ່ອຍໃຫ້ແກ່ກຸ່ມໄວໜຸ່ມ ແລະ ຜູ້ມົ້ວສຸມໃນພື້ນທີ່.

ປັດຈຸບັນ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ນຳຕົວຜູ້ຖືກຫາພ້ອມຂອງກາງທັງໝົດ ມາກັກຂັງເພື່ອສືບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່