ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 14:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄຸມເຂັ້ມການສົ່ງອອກ! ກົມປ່າໄມ້ ວາງລະບົບກວດສອບຍ້ອນກັບ "ລີງຫາງຍາວ" ຢ້ຳຫ້າມນຳລີງຈາກທຳມະຊາດເຂົ້າລະບົບການຄ້າເດັດຂາດ

ໂດຍ kaling
· 33 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ຄຸມເຂັ້ມການສົ່ງອອກ! ກົມປ່າໄມ້ ວາງລະບົບກວດສອບຍ້ອນກັບ "ລີງຫາງຍາວ" ຢ້ຳຫ້າມນຳລີງຈາກທຳມະຊາດເຂົ້າລະບົບການຄ້າເດັດຂາດ
ADadvertisement
ADadvertisement
ADadvertisement

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກຽມຄວາມພ້ອມໃຫ້ແກ່ບັນດາຜູ້ປະກອບການ ກ່ຽວກັບການນຳໃຊ້ລະບົບຕິດຕາມການສົ່ງອອກລີງຫາງຍາວ (Macaca fascicularis) ໃຫ້ສອດຄ່ອງຕາມຄຳແນະນຳຂອງກອງເລຂາສົນທິສັນຍາໄຊເຕັດ (CITES) ຫຼັງຈາກທີ່ CITES ໄດ້ຕົກລົງຖອນຄຳແນະນຳໃຫ້ໂຈະການຄ້າຊະນິດພັນສັດປ່າກັບ ສປປ ລາວ.

ຄຸມເຂັ້ມການສົ່ງອອກ! ກົມປ່າໄມ້ ວາງລະບົບກວດສອບຍ້ອນກັບ "ລີງຫາງຍາວ" ຢ້ຳຫ້າມນຳລີງຈາກທຳມະຊາດເຂົ້າລະບົບການຄ້າເດັດຂາດ

ການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງ
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດຜ່ານມາ ທີ່ຫ້ອງປະຊຸມໃຫຍ່ກົມປ່າໄມ້ ໂດຍການເປັນປະທານຮ່ວມຂອງ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ຫົວໜ້າໜ່ວຍງານຄຸ້ມຄອງໄຊເຕັດຂອງ ສປປ ລາວ (CITES-MA) ແລະ ທ່ານ ສຈ. ປອ. ສີທອງ ທອງມະນີວົງ ຄະນະບໍດີຄະນະວິທະຍາສາດປ່າໄມ້, ຫົວໜ້າໜ່ວຍງານວິທະຍາສາດໄຊເຕັດ ຂອງ ສປປ ລາວ (CITES-SA). ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ຊ່ຽວຊານຈາກ ສປ ຈີນ, ບໍລິສັດ LIT SOLUTION ລວມທັງຜູ້ຕາງໜ້າຈາກ 3 ຟາມທີ່ຂຶ້ນທະບຽນ (ບໍລິສັດ ວັນນະແສງ, ສຸກວັນນະແສງ ແລະ ເອເຊີ) ເຂົ້າຮ່ວມ.

ຄຸມເຂັ້ມການສົ່ງອອກ! ກົມປ່າໄມ້ ວາງລະບົບກວດສອບຍ້ອນກັບ "ລີງຫາງຍາວ" ຢ້ຳຫ້າມນຳລີງຈາກທຳມະຊາດເຂົ້າລະບົບການຄ້າເດັດຂາດ

3 ເປົ້າໝາຍຫຼັກ ແລະ ລະບົບຕິດຕາມທີ່ທັນສະໄໝ
ກອງປະຊຸມໄດ້ສຸມໃສ່ 3 ຈຸດປະສົງສຳຄັນ ເພື່ອໃຫ້ການຄຸ້ມຄອງຟາມເພາະລ້ຽງລີງເປັນລະບົບດຽວກັນ ຄື:

ADadvertisement
ADadvertisement
ADadvertisement
  1. ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບຂໍ້ກຳນົດ ແລະ ຄູ່ມືວິຊາການໃນການສົ່ງອອກລີງຫາງຍາວ.
  2. ນຳໃຊ້ກົນໄກຕິດຕາມທີ່ທັນສະໄໝ ເຊື່ອມໂຍງເລກປະຈຳຕົວລີງແຕ່ລະໂຕ ຕັ້ງແຕ່ແຫຼ່ງທີ່ມາ, ປະຫວັດພໍ່ແມ່ພັນ, ການເກີດ, ສຸຂະພາບ, ການເຄື່ອນຍ້າຍ ໄປຈົນເຖິງເອກະສານການສົ່ງອອກ.
  3. ເຊື່ອມຕໍ່ຖານຂໍ້ມູນ ລະຫວ່າງບັນຊີຂອງຟາມ, ຈຳນວນລີງຕົວຈິງ ແລະ ຖານຂໍ້ມູນຂອງພາກລັດ ເພື່ອໃຫ້ສາມາດກວດສອບຍ້ອນກັບໄດ້ທຸກຂັ້ນຕອນຈົນເຖິງປາຍທາງ.

ເຂັ້ມງວດເລື່ອງແຫຼ່ງທີ່ມາ ແລະ ປົກປ້ອງສັດປ່າໃນທຳມະຊາດ
ໃນຕອນທ້າຍ ຄະນະປະທານໄດ້ເນັ້ນໜັກໃຫ້ທຸກພາກສ່ວນຮັບປະກັນແຫຼ່ງທີ່ມາທີ່ຖືກຕ້ອງຕາມກົດໝາຍ ໂດຍ ຫ້າມບໍ່ໃຫ້ນຳລີງທີ່ຈັບຈາກທຳມະຊາດ, ລີງທີ່ຖືກຍຶດ, ລູກຂອງລີງເຫຼົ່ານັ້ນ ຫຼື ລີງທີ່ບໍ່ສາມາດຢັ້ງຢືນແຫຼ່ງທີ່ມາໄດ້ ເຂົ້າໃນກຸ່ມສຳລັບການສົ່ງອອກເພື່ອການຄ້າຢ່າງເດັດຂາດ.

ຄຸມເຂັ້ມການສົ່ງອອກ! ກົມປ່າໄມ້ ວາງລະບົບກວດສອບຍ້ອນກັບ "ລີງຫາງຍາວ" ຢ້ຳຫ້າມນຳລີງຈາກທຳມະຊາດເຂົ້າລະບົບການຄ້າເດັດຂາດ

ພ້ອມກັນນີ້ ການກຳນົດໂກຕາສົ່ງອອກປະຈຳປີສຳລັບທັງ 3 ຟາມ ຈະຕ້ອງອີງໃສ່ຂໍ້ມູນທີ່ຜ່ານການກວດສອບຢ່າງລະອຽດ ໂດຍຕ້ອງກັນພໍ່ແມ່ພັນ ແລະ ລີງທົດແທນໄວ້ໃຫ້ພຽງພໍ ควบຄູ່ກັບການເບິ່ງແຍງສຸຂະພາບ ແລະ ສະຫວັດດີພາບສັດ ເພື່ອໃຫ້ການສົ່ງອອກຂອງ ສປປ ລາວ ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມພັນທະສາກົນ.

ທີ່ມາ: ພະແນກ CITES ກົມປ່າໄມ້ / ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ


ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່