ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 13:37ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ໄທ ທົບທວນການຮ່ວມມື ດ້ານແຮງງານ ແລະ ການຈ້າງງານ ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃນໄລຍະຜ່ານມາ

ໂດຍ Jenjila
· 16 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ລາວ-ໄທ ທົບທວນການຮ່ວມມື ດ້ານແຮງງານ ແລະ ການຈ້າງງານ ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃນໄລຍະຜ່ານມາ
ADadvertisement
ADadvertisement
ADadvertisement

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ຮ່ວມກັບ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ຈັດກອງປະຊຸມລະດັບວິຊາການ ລາວ-ໄທ ໃນວັນທີ 25 ພະຈິກ 2026 ທີ່ນະຄອນຫລວງວຽງຈັນ, ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃນໄລຍະຜ່ານມາ, ໂດຍມີ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສາມາດ ພັດຕະມະສຸຄົນ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ລາວ-ໄທ ທົບທວນການຮ່ວມມື ດ້ານແຮງງານ ແລະ ການຈ້າງງານ ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ໃນໄລຍະຜ່ານມາ

ໂອກາດນີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໃຫ້ຮູ້ວ່າ: ກອງປະຊຸມລະດັບວິຊາການ ລາວ-ໄທ ຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມຖະແຫລງການຮ່ວມ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ໃນລະຫວ່າງວັນທີ 1-2 ຕຸລາ 2026 ທີ່ແຂວງຫລວງພະບາງ ສປປ ລາວ, ທັງເປັນການທົບທວນການຮ່ວມມື ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ເພືີ່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຊຶ່ງຜ່ານການຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວ, ເຫັນວ່າຜູ້ອອກແຮງງານລາວ ໄປເຮັດວຽກຢູ່ລາຊະອານາຈັກໄທ ຜ່ານລະບົບ MOU ນັບມື້ນັບເພີ່ມຂຶ້ນ. ສາຍເຫດຕົ້ນຕໍກໍ່ເນື່ອງມາຈາກ ລັດຖະບານໄທ ກໍຄື ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນໃນການຮັບເອົາຜູ້ອອກແຮງງານຈາກ ສປປ ລາວ ຢ່າງດີ ໂດຍມີການປັບປຸງກົນໄກ, ຂັ້ນຕອນ, ຂະບວນການໃຫ້ມີຄວາມກະທັດຮັດ, ສະດວກ ແລະ ວ່ອງໄວ. ໂດຍລວມແລ້ວ, ເຫັນວ່າການຈັດຕັ້ງປະຕິບັດວຽກຮ່ວມມືດ້ານແຮງງານ ລາວ-ໄທ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ໄດ້ມີຄວາມຄືບໜ້າ ແລະ ປະກອບສ່ວນຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມຂອງ ສອງປະເທດ ຢ່າງໃຫຍ່ຫລວງ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືໃນຫລາຍຫົວຂໍ້ສຳຄັນ ເພື່ອຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ ໃນໄລຍະຜ່ານມາ ໃຫ້ມີຄວາມຊັດເຈນ ແລະ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ ເປັນຕົ້ນ ໄດ້ປຶກສາຫາລື ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ຮ່າງຂໍ້ຕົກລົງ ວ່າດ້ວຍການຈ້າງແຮງງານ ລາວ-ໄທ ສະບັບປັບປຸງ, ນະໂຍບາຍແກ່ຜູ້ອອກແຮງງານ ທີ່ມີວາລະເຮັດວຽກຄົບ 4 ປີ ເພື່ອກັບຄືນເຂົ້າເຮັດວຽກ ໂດຍບໍ່ຕ້ອງລໍຖ້າ ເຖິງ 30 ວັນ, ການຈັດງານນັດພົບແຮງງານ ສຳລັບຜູ້ອອກແຮງງານລາວ ເພື່ອສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ, ການອຳນວຍຄວາມສະດວກ ໃຫ້ແກ່ຜູ້ອອກແຮງງານຢູ່ສູນແຮກຮັບ ແຂວງໜອງຄາຍ, ການຂຶ້ນທະບຽນຜູ້ອອກແຮງງານລາວ ທີ່ຜິດກົດໝາຍ, ລວມເຖິງການຊຸກຍູ້ ແລະ ສົ່ງເສີມໃຫ້ຜູ້ອອກແຮງງານລາວ ໄດ້ສົ່ງເງິນກັບຄືນປະເທດ ໂດຍຜ່ານລະບົບທະນາຄານ.

ADadvertisement
ADadvertisement
ADadvertisement

ຂ່າວ-ພາບ: ທະນູທອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່