
ບາດກ້າວສຳຄັນ! ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄວາມພະຍາຍາມຂອງພັກ-ລັດຕະຫລອດຫລາຍທົດສະວັດຜ່ານມາ

ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນ ພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫລອດຫລາຍທົດສະວັດ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ, ຊຶ່ງ ສປປ ລາວ ມີກໍານົດຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026 ໂດຍອີງຕາມຍັດຕິຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ສະບັບເລກທີ A/RES/76/8, ລົງວັນທີ 24 ພະຈິກ 2021, ຊຶ່ງການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແມ່ນອີງໃສ່ 3 ເງື່ອນໄຂ ຄື: ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI), ດັດສະນີຊັບສິນມະນຸດ (HAI), ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI).

ຕະຫລອດໄລຍະຜ່ານມາ ສປປ ລາວ ໄດ້ກຳນົດນະໂຍບາຍ ແລະ ຖືເປັນບຸລິມະສິດແຫ່ງຊາດ ໃນການລຶບລ້າງຄວາມທຸກຍາກ. ນັບແຕ່ປີ 2000 ເປັນຕົ້ນມາ ພັກ-ລັດຖະບານ ສປປ ລາວ ໄດ້ມີຄວາມໝາຍໝັ້ນຢ່າງຕັ້ງໜ້າ ແລະ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ເພື່ອນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ມາຮອດເດືອນ ກຸມພາ 2021, ສປປ ລາວ ໄດ້ບັນລຸການປະເມີນຄົບທັງ 3 ເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ໄດ້ສືບຕໍ່ຜ່ານເງື່ອນໄຂຕະຫລອດໄລຍະ 5 ປີທີ່ຜ່ານມາ. ຜົນສໍາເລັດນີ້, ໄດ້ສະທ້ອນໃຫ້ເຫັນເຖິງການພັດທະນາຂອງ ສປປ ລາວ ທີ່ດໍາເນີນມາຫລາຍທົດສະວັດ. ອັດຕາຄວາມທຸກຍາກແຫ່ງຊາດໄດ້ຫລຸດລົງຈາກ 46% ໃນປີ 1993 ເຫລືອ 15% ໃນປັດຈຸບັນ, ອັດຕາການເສຍຊີວິດ ຂອງເດັກອາຍຸຕໍ່າກວ່າ 5 ປີ ໄດ້ຫລຸດລົງຫລາຍກວ່າເຄິ່ງໜຶ່ງ ຈາກຫລາຍກວ່າ 100 ຄົນ ຕໍ່ອັດຕາການເກີດ 1.000 ຄົນ ໃນປີ 2000 ເຫລືອປະມານ 40 ຄົນ ໃນປີ 2022. ພ້ອມດຽວກັນນັ້ນ, ປະຊາຊົນ ສາມາດເຂົ້າເຖິງໄຟຟ້າ ໄດ້ເພີ່ມຂຶ້ນຈາກ 42,6% ເປັນເກືອບ 100%. ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ໄດ້ເພີ່ມຂຶ້ນຈາກ ຕໍ່າກວ່າ 70% ເປັນ 87,5% ແລະ ຈໍານວນປີສະເລ່ຍຂອງການຮຽນໜັງສື ໄດ້ເພີ່ມຂຶ້ນຈາກ 4,2 ປີ ເປັນເກືອບ 6 ປີ, ຊຶ່ງຜົນສໍາເລັດເຫລົ່ານີ້ ໄດ້ມີພື້ນຖານມາຈາກການຂະຫຍາຍຕົວທາງເສດຖະກິດ ໂດຍອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ທີ່ຕົວສະເລ່ຍ 5,6% ໃນລະຫວ່າງປີ 2015 ຫາ 2025.
ການກະກຽມສຳລັບໄລຍະຂ້າມຜ່ານ ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນການກ້າວເຂົ້າສູ່ໄລຍະຂ້າມຜ່ານຂອງ ສປປ ລາວ ເນື່ອງຈາກບາງມາດຕະການສະໜັບສະໜູນດ້ານການຄ້າ, ການເງິນ ແລະ ການສະໜັບສະໜູນດ້ານວິຊາການໃນຂອບຫລາຍຝ່າຍ ຈະເລີ່ມຫັນປ່ຽນໄປສູ່ເງື່ອນໄຂທີ່ມີສິດທິພິເສດໜ້ອຍລົງ, ຊຶ່ງບາງອັນຈະມີຜົນໃນທັນທີ, ແຕ່ສ່ວນໃຫຍ່ຈະຄ່ອຍໆມີການປ່ຽນແປງໃນແຕ່ລະໄລຍະປະມານ 3 ຫາ 4 ປີ.
ການຂ້າມຜ່ານການອອກຈາກສະຖານະພາບດ້ອຍພັດທະນາ ແມ່ນການກ້າວເຂົ້າສູ່ເສັ້ນທາງທີ່ ສປປ ລາວ ຍັງບໍ່ທັນຄຸ້ນເຄີຍ, ຊຶ່ງໄດ້ຮຽກຮ້ອງໃຫ້ການຊີ້ທິດເຢືອງທາງຢ່າງລະມັດລະວັງ, ມີຄວາມຮູ້ຄວາມຊໍານານ ແລະ ໄດ້ຮັບການສືບຕໍ່ສະໜັບສະໜູນຢ່າງຕໍ່ເນື່ອງຈາກປະຊາຄົມສາກົນ ກໍຄືຄູ່ຮ່ວມພັດທະນາ. ສປປ ລາວ ໄດ້ຖະແຫລງເຈດຈໍານົງຂອງຕົນຢ່າງຊັດເຈນຕໍ່ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນເດືອນ ກັນຍາ 2026 ທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ມີມາດຕະການສະໜັບສະໜູນຈາກສາກົນ ໃນໄລຍະຂ້າມຜ່ານທີ່ສາມາດຄາດຄະເນໄດ້ ແລະ ຕໍ່ເນື່ອງ, ລວມທັງທຶນທີ່ມີເງື່ອນໄຂຜ່ອນຜັນ ເພື່ອຮັບປະກັນຜົນສໍາເລັດທີ່ຍາດມາໄດ້ ໃນຂະນະທີ່ ສປປ ລາວ ກະກຽມກ້າວເຂົ້າສູ່ຍຸກຫລັງການຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ.
ເພື່ອຮັບມືຕໍ່ກັບການຂ້າມຜ່ານອັນສຳຄັນນີ້, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ແຜນຍຸດທະສາດການ ຂ້າມຜ່ານຢ່າງໂລ່ງລຽນ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ໃນເດືອນ ທັນວາ 2023, ຊຶ່ງແຜນຍຸດທະສາດດັ່ງກ່າວ ໄດ້ກໍານົດນະໂຍບາຍ ເພື່ອໃຫ້ ສປປ ລາວ ກະກຽມຄວາມພ້ອມທີ່ດີສໍາລັບການຫລຸດພົ້ນ ແລະ ຮັບມືຕໍ່ກັບຜົນກະທົບ ຫລື ການປ່ຽນແປງທີ່ຕາມມາ ໃນຂົງເຂດນະໂຍບາຍຫລັກ ລວມທັງຄວາມຍືນຍົງດ້ານເສດຖະກິດມະຫາພາກ, ການເງິນ, ການຄ້າ, ການລົງທຶນ ແລະ ການຫັນປ່ຽນເສດຖະກິດ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ພ້ອມດ້ວຍບັນດາບຸລິມະສິດໃນການຈັດຕັ້ງປະຕິບັດ, ຊຶ່ງໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ 9 ແລະ ຄັ້ງທີ 10.
ໃນໄລຍະບໍ່ດົນມານີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄໍາສັ່ງສະບັບເລກທີ 48/ນຍ, ລົງວັນທີ 6 ສິງຫາ 2026 ໄດ້ສະເໜີໃຫ້ບັນດາກະຊວງຈັດຕັ້ງປະຕິບັດນະໂຍບາຍ 12 ຂໍ້ ທີ່ໄດ້ແນະນໍາໄວ້ໃນບົດປະເມີນຄວາມພ້ອມ ເພື່ອເລັ່ງລັດການວາງມາດຕະການຮອງຮັບຕໍ່ກັບຜົນກະທົບ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຂອງ ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໂດຍເຊື່ອມສານເຂົ້າກັບແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນ. ບັນດານະໂຍບາຍເຫລົ່ານີ້ ຖືກແນະນໍາໃຫ້ພິຈາລະນາຈັດຕັ້ງປະຕິບັດ ເພື່ອຮອງຮັບຕໍ່ກັບການປ່ຽນແປງສະເພາະດ້ານການຄ້າ, ການຊ່ວຍເຫລືອທາງການເງິນເພື່ອການພັດທະນາ ແລະ ການສະໜັບສະໜູນໃນຂອບຫລາຍຝ່າຍ ທີ່ຈະມີຜົນທັນທີ ຫລື ເລີ່ມທີ່ຈະມີຜົນ ພາຍຫລັງທີ່ປະເທດຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












