ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 09:43ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະກວດກາພັກ-ລັດ ເມືອງຫຼາ ແຂວງອຸດົມໄຊ ສະຫຼຸບວຽກງານກວດກາ 5 ປີ ເຜີຍຜົນງານພົ້ນເດັ່ນການກວດກາໂຄງການລັດ, ບໍ່ແຮ່ ແລະ ການລັກລອບເຄື່ອນຍ້າຍໄມ້!

ໂດຍ kaling
· 2 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ຄະນະກວດກາພັກ-ລັດ ເມືອງຫຼາ ແຂວງອຸດົມໄຊ ສະຫຼຸບວຽກງານກວດກາ 5 ປີ ເຜີຍຜົນງານພົ້ນເດັ່ນການກວດກາໂຄງການລັດ, ບໍ່ແຮ່ ແລະ ການລັກລອບເຄື່ອນຍ້າຍໄມ້!
ADadvertisement
ADadvertisement
ADadvertisement

ວັນທີ 18 ພະຈິກ 2026 ທີ່ຜ່ານມາ, ຄະນະກວດກາພັກ-ລັດ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາທົ່ວເມືອງ 5 ປີ ໂດຍການເປັນປະທານຂອງ ສະຫາຍ ສອນສຸວັນ ປັນຍາວົງ ກຳມະການພັກແຂວງ, ເລຂາພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ສອນສຸວັນ ປັນຍາວົງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານກວດກາ ເຊິ່ງເປັນກົນໄກຫຼັກໃນການຮັບປະກັນຄວາມຖືກຕ້ອງ, ຄວາມໂປ່ງໃສ ແລະ ລະບຽບວິໄນພາຍໃນອົງການພັກ-ລັດ ພ້ອມທັງຮຽກຮ້ອງໃຫ້ຍຶດໝັ້ນຄຳຂວັນ: “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງຢ່າງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດໃຫ້ມີຄວາມຍືນຍົງ”.

ຜົນງານທີ່ພົ້ນເດັ່ນໃນໄລຍະ 5 ປີຜ່ານມາ
ຈາກນັ້ນ, ສະຫາຍ ຈື່ວ່າ ຊາວເຊັງ ກຳມະການປະຈຳພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ເຊິ່ງໄດ້ຍົກໃຫ້ເຫັນຜົນງານສຳຄັນຫຼາຍດ້ານ ດັ່ງນີ້:

  • ການຕິດຕາມໂຄງການລົງທຶນຂອງລັດ: ໄດ້ຕິດຕາມກວດກາໂຄງການກໍ່ສ້າງ ແລະ ປັບປຸງພູມມິທັດວັດພະເຈົ້າສິງຄຳ ຕິດພັນກັບສວນສາທາລະນະ ມູນຄ່າລວມ 14,238,571,000 ກີບ (ໃນນັ້ນ ໄລຍະທີ 1 ມີມູນຄ່າ 4,580,000,000 ກີບ).
  • ການກວດກາໂຄງການຂຸດຄົ້ນແຮ່ທາດ: ໄດ້ຕິດຕາມ 4 ບໍລິສັດ ຄື: ບໍລິສັດ CNP, ບໍລິສັດຕຸ່ນຮ່ວງ, ບໍລິສັດລາວນ້ຳຄຳ ແລະ ບໍລິສັດຫົງຊິນແຮ່ທາດຈຳກັດ. ຜ່ານການກວດກາພົບວ່າ ການຂຸດຄົ້ນແຮ່ທາດຂອງບໍລິສັດ CNP ໄດ້ສົ່ງຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຕໍ່ປະຊາຊົນ 61 ຄອບຄົວ ຢູ່ກຸ່ມຕາດມ່ວນ ລວມມູນຄ່າເສຍຫາຍທັງໝົດ 59,414,000 ກີບ.
  • ການກວດກາ ແລະ ປາບປາມການເຄື່ອນຍ້າຍໄມ້ຜິດກົດໝາຍ: ກວດພົບທັງໝົດ 26 ກໍລະນີ, ມີຜູ້ກ່ຽວຂ້ອງ 15 ຄົນ (ໃນນັ້ນເປັນພະນັກງານລັດຖະກອນ 2 ຄົນ ແລະ ເຈົ້າໜ້າທີ່ ປກຊ-ປກສ 2 ຄົນ), ສາມາດຍຶດໄມ້ໄດ້ 46.486 ແມັດກ້ອນ, ຈັກສະຕິນ 1 ເຄື່ອງ, ແກ້ໄຂສຳເລັດແລ້ວ 23 ກໍລະນີ ແລະ ປັບໃໝເປັນເງິນ 130,119,000 ກີບ ເຊິ່ງໄດ້ມອບເຂົ້າງົບປະມານແຫ່ງລັດ 100%.

ນອກຈາກນີ້, ກອງປະຊຸມຍັງໄດ້ເຜີຍແຜ່ເອກະສານສຳຄັນຕ່າງໆ ກ່ຽວກັບວຽກງານຕິດຕາມກວດກາ. ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນຊີ້ນຳໃຫ້ຄະນະກວດກາພັກ-ລັດ ແລະ ພະນັກງານຮັບຜິດຊອບ ນຳເອົາຂໍ້ຄິດເຫັນໄປປັບປຸງແຜນວຽກໃຫ້ມີຈຸດສຸມ ແລະ ວາງມາດຕະການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອເຮັດໃຫ້ວຽກງານກວດກາໃນ 5 ປີຕໍ່ໜ້າ ມີຄວາມເຂັ້ມແຂງ ແລະ ໂປ່ງໃສຍິ່ງຂຶ້ນ.

ADadvertisement
ADadvertisement
ADadvertisement

ຂ່າວໂດຍ: ນາງ ເກດທອງ ປັນຍາລັກ (ອົງການກວດກາລັດ ເມືອງຫຼາ ແຂວງອຸດົມໄຊ)

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່