
ຫລາຍພື້ນທີ່ຢູ່ອາຟຣິກາໃຕ້ ປະສົບກັບອາກາດຮ້ອນ ເຮັດໃຫ້ຕ້ອງໄດ້ນຳໃຊ້ມາດຕະການຄວບຄຸ້ມການໃຊ້ນ້ຳ

ວິທະຍຸ ໂທລະພາບສູນກາງຈີນ, ເນື່ອງຈາກ ໄດ້ຮັບຜົນກະທົບ ຈາກປາກົດການ ເອວນີໂຢ, ຫລາຍພື້ນທີ່ຢູ່ ອາຟຣິກາໃຕ້ ປະສົບກັບ ອາກາດຮ້ອນຮຸນແຮງ ເມື່ອບໍ່ດົນມານີ້, ເຮັດໃຫ້ຄວາມຕ້ອງການໃຊ້ນ້ຳເພີ່ມຂຶ້ນ, ຫລາຍຕົວເມືອງຢູ່ ອາຟຣິກາໃຕ້ ໄດ້ປະຕິບັດ ມາດຕະການຄວບຄຸມ ການໃຊ້ນ້ຳແບບແບ່ງ ຂັ້ນລະດັບ. ຜູ້ຊ່ຽວຊານ ດ້ານຊັບພະຍາກອນນ້ຳ ແລະການຄົ້ນຄວ້າທໍລະນີສາດ ອາຟຣິກາໃຕ້ ກ່າວວ່າ:ພວກເຮົາ ໄດ້ຜະເຊີນກັບ 2 ບັນຫາຫຍຸ້ງຍາກ ຄື: ໜຶ່ງແມ່ນຂໍ້ບົກຜ່ອງ ດ້ານພື້ນຖານໂຄງລ່າງ ການສະໜອງນ້ຳ, ສອງແມ່ນປາກົດການເອວນີໂຢ ທີ່ຮຸນແຮງ.ປາກົດການເອວນີໂຢເຮັດໃຫ້ອາຟຣິກາໃຕ້ ມີຄວາມສ່ຽງຕໍ່ ການປະສົບອາກາດຮ້ອນແລະ ໄພແຫ້ງແລ້ງ ເພີ່ມສູງຂຶ້ນ, ຂະນະທີ່ພື້ນຖານໂຄງລ່າງເກົ່າແກ່ ໄດ້ເພີ່ມຄວາມກົດດັນ ດ້ານການສະໜອງນ້ຳ ຕື່ມອີກ.ນອກນີ້, ປາກົດການເອວນີໂຢຮອບນີ້ ອາດຈະສົ່ງຜົນກະທົບຕໍ່ ການຜະລິດກະສິກຳແລະ ລາຄາສະບຽງອາຫານ ນັບແຕ່ເດືອນມີນາ 2027 ເປັນຕົ້ນໄປເຊິ່ງເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານຢູ່ ພາກໃຕ້ ຂອງທະວີບອາຟຣິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກ
3 ຊົ່ວໂມງກ່ອນ


ການາດາ ເຂົ້າຮ່ວມກອງທຶນການປະດິດສ້າງໃໝ່ນາໂຕ ຢ່າງເປັນທາງການ
11 ຊົ່ວໂມງກ່ອນ







