
ມຽນມາ ແນະນຳສະພາບການດຳເນີນງານ- ແຜນການປະຕິບັດງານໃນຕໍ່ໜ້າ

ວິທະຍຸ ໂທລະພາບສູນກາງຈີນ, ທ່ານ ນາງ ໄຄອິງ ໄຄງ ຊໍຮອງລັດຖະມົນຕີ ຂອງທຳນຽບປະທານາທິບໍດີ ທັງເປັນໂຄສົກ ຂອງປະທານາທິບໍດີມຽນມາໄດ້ແນະນຳ ສະພາບການປະຕິບັດງານ ຂອງ ລັດຖະບານຊຸດໃໝ່ ໃນໄລຍະ ເຄິ່ງປີທີ່ຜ່ານມາພ້ອມດ້ວຍ ແຜນກາພັດທະນາ 5 ປີ ຂອງລັດຖະບານຊຸດໃໝ່ ຄືແຕ່ປີ 2026-2030. ທ່ານ ນາງ ໄຄອິງ ໄຄອິງ ຊໍ ກ່າວວ່າ:ລັດຖະບານຊຸດໃໝ່ ຈະສຸມ ໃສ່ຖືການສ້າງຄວາມໝັ້ນຄົງທາງດ້າການເມືອງເປັນພື້ນຖານ, ການພັດທະນາ ເສດຖະກິດ ເປັນໃຈກາງ ແລະຖືການປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ເປັນເປົ້າໝາຍ, ຢຶດໝັ້ນການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມືສາກົນ, ເພີ່ມທະວີ ການຮ່ວມມື ທາງດ້ານເສດຖະ ກິດ ແລະ ການຄ້າກັບ ສປ ຈີນ, ອາຊຽນ ແລະປະເທດອື່ນໆ, ເປີດກວ້າງການລົງທຶນສາກົນ ແລະ ການຄ້າຂາຍລະ ຫວ່າງປະເທດ.ລັດຖະບານຊຸດໃໝ່ ຍັງຈະສືບຕໍ່ ຊຸກຍູ້ການສົນທະນາ ດ້ານການເມືອງ ພາຍໃນປະເທດ, ແລະມີແຜນຈະຈັດການເຈລະຈາ ສັນຕິພາບ ທົ່ວປະເທດກັບກຸ່ມປະກອບອາວຸດ ຂອງຊົນເຜົ່າ ທ້ອງຖິ່ນ ໃນປີ 2028 ເພື່ອພະຍາຍາມ ບັນລຸສັນຕິພາບຖາວອນ ພາຍໃນອາຍຸຕຳແໜ່ງ ຂອງລັດຖະບານຊຸດນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












