
ການາດາ ເຂົ້າຮ່ວມກອງທຶນການປະດິດສ້າງໃໝ່ນາໂຕ ຢ່າງເປັນທາງການ

ວິທະຍຸ ໂທລະພາບສູນກາງຈີນ, ທ່ານດາວິດ ໄມກວິນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ໄດ້ຖະແຫລງ ເມືອບໍ່ດົນມານີ້ວ່າ: ການາດາ ໄດ້ເຂົ້າຮ່ວມກອງທຶນ ການປະດິດ ສ້າງໃໝ່ ນາໂຕ ຢ່າງເປັນທາງການແລະ ກາຍເປັນປະເທດສະມາຊິກທີ 25 ຂອງນາໂຕ ທີ່ເຂົ້າຮ່ວມກອງທຶນດັ່ງກ່າວ, ທັງເປັນປະເທດ ສະມາຊິກ ທຳອິດຂອງນາໂຕ ທີ່ເຂົ້າຮ່ວມກອງທຶນດັ່ງກ່າວ ຢູ່ເຂດ ອາເມລິກາເໜືອ. ສຳລັບ ກອງທຶນ ການປະດິດສ້າງໃໝ່ ນາໂຕ ໄດ້ສ້າງຕັ້ງຂຶ້ນໃນປີ 2022 ໂດຍມີຈຸດປະສົງ ເພື່ອເສີມສ້າງ ວຽກງານປ້ອງກັນປະເທດ, ຄວາມໝັ້ນຄົງ ແລະຄວາມແໜ້ນໜຽວ ຂອງນາໂຕ ຜ່ານການລົງທຶນ ພັດທະນາ ເຕັກໂນໂລຊີ ລ້ຳຍຸກ. ການາດາ ຈະສົມທົບທຶນ ຫລາຍກວ່າ 100 ລ້ານໂດລາການາດາ ຫລືປະມານ 70 ລ້ານໂດລາສະຫະລັດ ເຮັດໃຫ້ກອງທຶນດັ່ງກ່າວ ສາມາດລົງທຶນຕໍ່ ວິສາ ຫະກິດສະຕາອັບ ຫລື Start-upsແລະ ກອງທຶນຂອງການາດາໄດ້. ການເຂົ້າຮ່ວມ ກອງທຶນການປະດິດສ້າງໃໝ່ ນາໂຕຈະເປັນການທະລຸ ຊ່ອງທາງໃຫ້ແກ່ ວິສາຫະກິດປະດິດສ້າງໃໝ່ ຂອງ ການາດາ ແລະສາມາດເຂົ້າເຖິງທຶນ ໃນຂະໜາດ ຫລາຍກວ່າ 1 ຕື້ເອີໂຣ, ພ້ອມນີ້ ຈະສ້າງຊ່ອງທາງໃໝ່ ເພື່ອລົງເລິກການລົງທຶນ ດ້ານການປ້ອງກັນປະເທດ ລະຫວ່າງ ການາດາ ກັບພັນທະມິດ ນາໂຕຢູ່ເອີຣົບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













