ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 16:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບໍ່ລອດ! ໂຈນລັກເບຍໄຮເນເກັນ 3 ແກັດ ຢູ່ບ້ານໂຊກນ້ອຍ ເຈົ້າຂອງຮ້ານຂີ່ລົດໄລ່ຕາມ ພົນລະເມືອງດີຊ່ວຍຈັບໄວ້ໄດ້ທັນຄວັນ

ໂດຍ kaling
· 19 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ບໍ່ລອດ! ໂຈນລັກເບຍໄຮເນເກັນ 3 ແກັດ ຢູ່ບ້ານໂຊກນ້ອຍ ເຈົ້າຂອງຮ້ານຂີ່ລົດໄລ່ຕາມ ພົນລະເມືອງດີຊ່ວຍຈັບໄວ້ໄດ້ທັນຄວັນ
ADadvertisement
ADadvertisement
ADadvertisement

ແມ່ນແລ້ວ… ອ່ານບໍ່ຜິດ! ເຫດເກີດໃນຄືນວັນທີ 20 ພະຈິກ 2026 ທີ່ຜ່ານມາ ເວລາປະມານ 22:00 ໂມງ, ໄດ້ມີຄົນຮ້າຍເລາະລັກເອົາ ເບຍໄຮເນເກັນ (Heineken) ຈຳນວນ 3 ແກັດ ຢູ່ຮ້ານຄ້າແຫ່ງໜຶ່ງ ໃນເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.ແຕ່ສຸດທ້າຍບໍ່ລອດ ຖືກເຈົ້າຂອງຮ້ານ ແລະ ພົນລະເມືອງດີຊ່ວຍກັນໄລ່ຈັບຕົວໄວ້ໄດ້.

ອີງຕາມການລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ພາຍຫຼັງເກີດເຫດການລັກຊັບດັ່ງກ່າວ, ເຈົ້າຂອງຮ້ານທີ່ເປັນຜູ້ເສຍຫາຍໄດ້ຮີບຂັບຂີ່ລົດໄລ່ຕິດຕາມຄົນຮ້າຍໄປຢ່າງກະຊັ້ນຊິດ ໂດຍມີພົນລະເມືອງດີໃນພື້ນທີ່ເຂົ້າຊ່ວຍເຫຼືອສະກັດຈັບ ຈົນສາມາດຄວບຄຸມຕົວຜູ້ກໍ່ເຫດໄວ້ໄດ້ສຳເລັດ.

ປັດຈຸບັນ, ພົນລະເມືອງດີ ແລະ ຜູ້ເສຍຫາຍ ໄດ້ມອບຕົວຜູ້ຖືກຫາພ້ອມຂອງກາງໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດກ່ຽວຂ້ອງ ເພື່ອນຳຕົວໄປສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່