
ສສ ຫວຽດນາມ-ອິນໂດເນເຊຍ ເພີ່ມທະວີ ການຮ່ວມມື ຫລາຍດ້ານ

ວິທະຍຸ ກະຈ່າຍສຽງຫວຽດນາມ, ສຳນັກງານລັດຖະບານ(ຮ່າໂນ້ຍ), ທ່ານຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນວັນ ນາຊີຣ(Arrmanatha Christiawan Nasir)ລັດຖະມົນຕີກະຊວງການຕ່າງປະເທດ ສ.ອິນໂດເນເຊຍເນື່ອງໃນໂອກາດ ທີ່ມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 – 22 ພະຈິກ. ທ່ານ ຟ້າມຢາຕຸກໄດ້ກ່າວເນັ້ນໜັກວ່າ: ການຮ່ວມມື ເສດຖະກິດ ແມ່ນຈຸດພົ້ນເດັ່ນ ໃນການພົວພັນ ສອງປະເທດ.ວົງເງິນການຄ້າ ສອງຝ່າຍ ມຸ່ງໄປເຖິງເປົ້າໝາຍ 18 ຕື້ກວ່າໂດລາສະຫະລັດກ່ອນປີ 2028, ການລົງທຶນຂອງ ອິນໂດເນເຊຍ ເຂົ້າ ສສ ຫວຽດນາມ ເພີ່ມຂຶ້ນແຮງ ໃນປີ 2026 ໃນຂະນະ ບັນດາວິສາຫະກິດ ຫວຽດນາມ ສືບຕໍ່ເປີດກວ້າງ ການລົງທຶນ, ດຳເນີນທຸລະກິດ ຢູ່ ອິນໂດເນເຊຍ. ການຮ່ວມມື ໃນບັນດາຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ການບິນ, ວັດທະນະທຳ ສືບຕໍ່ໄດ້ປັບປຸງ ແລະເສີມຂະຫຍາຍ ຢ່າງມີປະສິດທິຜົນ. ທ່ານຟ້າມຢາຕຸກ ສະເໜີສອງຝ່າຍເພີ່ມທະວີ ການຊຸກຍູ້ບັນດາໂຄງການຮ່ວມມື ໃນບັນດາຂົງເຂດໃໝ່ ມີທ່າແຮງບົ່ມຊ້ອນຄືອຸດສາຫະກຳ Halal, ຄົ້ນຄ້ວາ ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ, ເສດຖະກິດ ສີຂຽວ, ຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ດ້ານພະລັງງານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













