
ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ

ວິທະຍຸ ໂທລະພາບສູນກາງຈີນ, ຄຳປາໄສສຳຄັນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນທີ່ກ່າວ ໃນກອງປະຊຸມ ສຸດຍອດ ອຸດສາຫະກຳການຄ້າ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກຫລື APEC ແລະ ກອງປະຊຸມ ບໍ່ເປັນທາງການ ຂອງຜູ້ນຳ APEC ໄດ້ຊີ້ທິດທາງທີ່ຖືກຕ້ອງ ໃຫ້ແກ່ ການຮ່ວມມື ໃນອາຊີ-ປາຊີຟິກ, ຈະຊຸກຍູ້ການສ້າງປະຊາຄົມອາຊີ-ປາຊີຟິກ ໃຫ້ເລິກເຊິ່ງກວ່າເກົ່າ ແລະເປັນຮູບປະທຳກວ່າເກົ່າ. ທ່ານ ນາງ ນີໂກ ວອງເຈົ້າໜ້າທີ່ພິເສດ ຂອງຮອງນາຍົກລັດຖະມົນຕີ ມາເລເຊຍ ໄດ້ກ່າວວ່າ:ສິ່ງທີ່ເຮັດໃຫ້ ຂ້າພະເຈົ້າປະທັບໃຈທີ່ສຸດ ຄືວິໄສທັດອັນມະໂຫລານ ກ່ຽວກັບ ການສ້າງປະຊາຄົມອາຊີ-ປາຊີຟິກ ທີ່ສະເໜີໂດຍ ທ່ານສີ ຈິ້ນຜິງ. ທ່ານ ສີ ຈິ້ນຜິງ ໄດ້ສະເໜີ ໃຫ້ຮ່ວມກັນສ້າງ “4 ຂື່ 8 ເສົາ” ຂອງປະຊາຄົມ ອາຊີ-ປາຊີຟິກ ແມ່ນແຜນການທີ່ເປັນລະບົບ, ຈະຫັນວິໄສທັດ ແຫ່ງປະຊາຄົມ ອາຊີ-ປາຊີຟິກ ໃຫ້ກາຍ ເປັນການກະທຳຕົວຈິງ ໃນພາກພື້ນ. ທ່ານ ປິຕິ ສີແສງນາມຫົວໜ້າສູນຄົ້ນຄວ້າ ເສດຖະກິດສາກົນ ມະຫາວິທະຍາໄລ ຈຸລາລົງກອນໄທກ່າວວ່າ: ກອງປະຊຸມບໍ່ເປັນທາງການຂອງຜູ້ນຳ APEC ພ້ອມດ້ວຍ ກິດຈະກຳຕ່າງໆທີ່ກ່ຽວຂ້ອງລວມທັງການພົບປະຄັ້ງທຳອິດ ລະຫວ່າງ ປະມຸກລັດຂອງ ສປ ຈີນ-ລັເຊຍ-ສ.ອາເມລິກາ, ສາມາດເວົ້າໄດ້ວ່າແມ່ນຂີດໝາຍສຳຄັນ ຂອງສາຍພົວພັນສາກົນ ໃນສະຕະວັດທີ 21, ສປ ຈີນ ພວມເສີມຂະຫຍາຍບົດບາດ ນຳພາທີ່ມີລັກສະນະສ້າງສັນ.ພວກເຮົາ ເຊື່ອໝັ້ນວ່າ:ພາຍໃຕ້ ສະພາບການ ທີ່ມີຄວາມຂັດແຍ້ງ ແລະການປະທະກັນຕ່າງໆປະປົນກັນ, ການຊຸກ ຍູ້ການພັດທະນາ ຂອງເສດຖະກິດແລະຍົກສູງລະດັບຊີວິດ ການເປັນຢູ່ ຂອງປະຊາຊົນ ຈຶ່ງແມ່ນເລື່ອງ ທີ່ສຳຄັນທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












