
ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ ໂທລະພາບສູນກາງຈີນ, ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ, ລັດຖະບານຈີນ ແລະທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານ ລົງທຶນ ພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການຢູ່ຮົງກົງ. ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີໄດ້ເລີ່ມດຳເນີນທຸລະກິດຢ່າງເປັນທາງການ ໃນເດືອນມັງກອນປີ 2016 ແລະເຂດຮົງກົງຂອງ ສປ ຈີນໄດ້ເຂົ້າຮ່ວມເປັນ ສະມາ ຊິກ ທະນາຄານດັ່ງກ່າວ ຢ່າງເປັນທາງການ ໃນເດືອນມິຖຸນາປີ 2017. ທະນາຄານລົງທຶນ ພື້ນຖານໂຄງລ່າງອາຊີ ເປັນທະນາຄານພັດທະນາ ຫລາຍຝ່າຍ, ມີຈຸດສົງຜ່ານການລົງທຶນ ໃນພື້ນຖານໂຄງ ລ່າງ ແລະ ຂົງເຂດການຜະລິດຕ່າງໆເພື່ອຊຸກຍູ້ການພັດທະນາ ເສດຖະກິດແບບຍືນຍົງ ຢູ່ອາຊີ, ສ້າງຄວາມຮັ່ງມີ ແລະປັບປຸງການເຊື່ອມໂຍງເຊື່ອມຈອດ ພື້ນຖານໂຄງລ່າງ, ພ້ອມທັງ ຮ່ວມມື ກັບອົງການ ພັດທະນາ ຫລາຍຝ່າຍ ຫລື ສອງຝ່າຍ ຢ່າງໃກ້ຊິດເພື່ອຊຸກຍູ້ການຮ່ວມມື ແລະ ການພົວພັນຄູ່ຮ່ວມ ລະດັບພາກພື້ນໃນການຮັບມື ກັບສິ່ງທ້າທາຍ ດ້ານການພັດທະນາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





ສສ ຫວຽດນາມ-ອິນໂດເນເຊຍ ເພີ່ມທະວີ ການຮ່ວມມື ຫລາຍດ້ານ
11 ຊົ່ວໂມງກ່ອນ







