ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 09:34ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ໂດຍ Jenjila
· 17 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ
ADadvertisement
ADadvertisement
ADadvertisement

ພິທີໃສ່ບາດຖະຫວາຍສັງຄະທານ ແລະ ປັດໄຈ ແດ່ພະສົງສາມະເນນໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະ ຢາດນໍ້າ ຕາມຮີດຄອງປະເພນີທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2026 ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ພະຈິກ 2026 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 12 ລາວ ທີ່ເດີ່ນພຣະທາດຫຼວງ ນະຄອນຫຼວງວຽງຈັນ, ໂດຍພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍຍົກລັດຖະມົນຕີ, ມີການນຊາພັກ-ລັດ, ນະຄອນຫຼວງວຽງຈັນ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ພິທີໃສ່ບາດໃນງານບຸນນະມັດສະການພຣະທາດຫຼວງ ໄດ້ຈັດຂຶ້ນທຸກໆປີ ຊຶ່ງເປັນການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນ ຕາມຮີດຄອງປະເພນີຂອງຊາວລາວ. ສະເພາະປີນີ້ ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາຫຼັ່ງໄຫຼມາຮ່ວມງານບຸນປະເພນີນະມັດສະການພະທາດຫຼວງຢ່າງຫຼວງຫຼາຍ ແລະ ໄດ້ພ້ອມກັນໃສ່ບາດ, ຢາດນໍ້າ, ຮັບພອນ ແລະ ຟັງທຳມະເທດສະໜາ ເພື່ອອຸທິດສ່ວນບຸນກຸ ສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນຕາມຄວາມເຊື່ອ ຖືຂອງຊາວພຸດທີ່ເຄີຍສືບທອດກັນມາແຕ່ດົນນານ ເພື່ອເປັນການອະນຸລັກປົກປັກຮັກສາ ແລະເສີມຂະຫຍາຍວັດ ທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ຊີວິດ ແລະ ຄອບຄົວ.

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 2

ໃນຕອນບ່າຍຂອງວັນດຽວກັນນີ້, ເວລາ 13:00 ໂມງ ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາປະເພນີຕີຄີທີ່ເດີ່ນພະທາດຫຼວງ ລະຫວ່າງ ທີມການນຳພັກ-ລັດ ກັບທີມປະຊາຊົນ ແລະ ໃນຕອນຄໍ່າເວລາ 19:00 ໂມງ ມີພິທີຈູດທິບວຽນທຽນ ແລະ ຈຸດບັ້ງໄຟດອກ ເພື່ອສັກກາລະບູຊາພະທາດຫຼວງ ແລະ ກິດຈະກຳອື່ນໆ ຕາມຮີດຄອງປະເພນີລາວ.

ADadvertisement
ADadvertisement
ADadvertisement
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 3

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 4

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 5

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 6

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 7

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 8

ການນໍາພັກ-ລັດ ພ້ອມດ້ວຍຊາວພຸດຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພຣະທາດຫຼວງວຽງຈັນ · ຮູບທີ 9

ພາບ-ຂ່າວ:ຄໍາໂຖ+ດວງກາມົນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່