ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 09:34ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເລຂາພັກແຂວງຄຳມ່ວນ ຕ້ອນຮັບຄະນະຜູ້ແທນເຢຍລະມັນ ເພື່ອຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ໂດຍ Jenjila
· 2 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
ເລຂາພັກແຂວງຄຳມ່ວນ ຕ້ອນຮັບຄະນະຜູ້ແທນເຢຍລະມັນ ເພື່ອຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ, ຊຶ່ງນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາຊີຕາເວັນອອກສຽງໃຕ້ ແລະ ທ່ານ ນາງ ຄາທາລິນາ ວຽນເດັນ ພ້ອມຄະນະ ໃນວັນທີ 23 ພະຈິກ 2026 ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.

ເລຂາພັກແຂວງຄຳມ່ວນ ຕ້ອນຮັບຄະນະຜູ້ແທນເຢຍລະມັນ ເພື່ອຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ໃນປີ 2022 ແຂວງຄໍາມ່ວນ ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ແລະ ປະຊາຊົນເຢຍລະມັນ ຜ່ານ KfW ເພື່ອກໍ່ສ້າງທາງຊົນນະບົດໃນເມືອງບົວລະພາ ແລະ ເມືອງໄຊບົວທອງ ລວມຄວາມຍາວ 77 ກິໂລແມັດ ພ້ອມຂົວຂະໜາດນ້ອຍ 9 ແຫ່ງ ມູນຄ່າປະມານ 88 ຕື້ກີບ. ນອກນັ້ນ, ຍັງສະໜັບສະໜູນໂຄງການອະນຸລັກຊີວະນາໆພັນແບບປະສົມປະສານ ໃນເຂດປ່າສະຫງວນຫີນໜາມໜໍ່ ແລະ ຂຸນເຊໜອງມ້າ ຊຶ່ງໄດ້ສຳເລັດຕາມເປົ້າໝາຍ ທັງດ້ານການອະນຸລັກຊັບພະຍາກອນປ່າໄມ້ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

ເລຂາພັກແຂວງຄຳມ່ວນ ຕ້ອນຮັບຄະນະຜູ້ແທນເຢຍລະມັນ ເພື່ອຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ · ຮູບທີ 2

ໃນໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນເຢຍລະມັນ ທີ່ໃຫ້ການຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກ ເພື່ອພັດທະນາໂຄງລ່າງຊົນນະບົດ ແລະ ອະນຸລັກທຳມະຊາດ, ພ້ອມສະເໜີໃຫ້ສືບຕໍ່ຂະຫຍາຍການຮ່ວມມືດ້ານການພັດທະນາ ການຊ່ວຍເຫລືອ ແລະ ການສົ່ງເສີມການທ່ອງທ່ຽວ. ພ້ອມນີ້, ທັງສອງຝ່າຍຍັງໄດ້ປະເມີນຜົນການດຳເນີນໂຄງການ, ແລກປ່ຽນບັນຫາ ແລະ ຂໍ້ສະເໜີແນະ ໂດຍເນັ້ນໜັກການຮັກສາຄວາມປອດໄພການສັນຈອນ ແລະ ການຄຸ້ມຄອງບຳລຸງຮັກສາເສັ້ນທາງໃຫ້ມີຄວາມຍືນຍົງ.

ADadvertisement
ADadvertisement
ADadvertisement

ຂ່າວ: ມະນີວັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່