ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 10:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026

ໂດຍ Jenjila
· 3 ນາທີ ກ່ອນອ່ານ 12 ນາທີ1 ຄັ້ງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026
ADadvertisement
ADadvertisement
ADadvertisement

ໃນຕອນແລງຂອງວັນທີ 23 ພະຈິກ 2026 ທີ່ສໍານັກງານນນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະ ຈິກ 2026 ວ່າ: ກອງປະຊຸມດັ່ງກ່າວ, ໄດ້ດຳເນີນໃນວັນທີ 23 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍ ໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ, ບັນ ດາປະທານ,ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026.

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 04 ວາລະສໍາຄັນ ຄື: ວາລະທີ 1 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາການສະຫລຸບວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈໍາເດືອນທັນວາ 2026 ຂອງລັດຖະບານ. ໃນນັ້ນ, ຕໍ່ການສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງ ຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກ ຖານແລະຈຸດຫຼ່ໍແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆ ຊຶ່ງສາມາດມ້າງຄະດີຢາເສບ ຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6​ ຄັ້ງ ກັກຕົວຜູ້ຖືກຫາ ໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ.

ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ ຫາຕົ້ນເດືອນພະຈິກ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງ ຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຢຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນໍາໃຊ້ເຂົ້າໃນການລັກລອບຈໍານວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນ ທີ່ຢຶດໄດ້ ແຕ່ເດືອນເມສາ ຫາເດືອນພະຈິກ 2026 ຢູ່ 8 ແຂວງ, ລວມມີພາຫະນະ 103 ຄັນ, ຊຶ່ງຊັບສິນທີ່ສະ ສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10,8 ຕື້ກີບ, ສ່ວນຊັບສິນ ທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາເລັດການປັບປຸງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ສໍາເລັດການກະກຽມລາຍງານ ທາງດ້ານເນື້ອໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ ຈໍານວນ 3 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍ ຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບ ຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,7%; ການລະດົມແຫລ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສໍາຮອງເງິນຕາຕ່າງປະ ເທດ ກຸ້ມການນຳເຂົ້າ 5,66 ເດືອນ; ສາມາດອອກໃບຕາດິນໄດ້ 167.000 ກວ່າຕອນ ເທົ່າກັບ 120% ຂອງແຜນ ການປີ.

ADadvertisement
ADadvertisement
ADadvertisement

ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ລັດຖະບານ ໄດ້ຮັບກົນຈັກ ແລະ ອຸປະກອນສ້ອມແປງເສັ້ນທາງ ຈາກລັດຖະບານຍີ່ປຸ່ນ ມູນຄ່າເກືອບ 1 ລ້ານເຢັນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຫລື ໂຄງການ OPBRC ແລະ PRTC ຊຶ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານທາງເລກ 9 ເປັນໂຄງການຕົວແບບ ໂດຍເລີ່ມແຕ່ວັນທີ 16 ພະຈິກ 2026 ເຫັນວ່າ ສາມາດເກັບເງິນຄ່າຜ່ານທາງດັ່ງກ່າວ ບໍ່ຫຼຸດ 700 ລ້ານກີບຕໍ່ມື້; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫລວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປ-ມາໄດ້ສະດວກຫລາຍຂຶ້ນ; ສໍາເລັດການກໍ່ສ້າງ, ມອບ-ຮັບສະ ໜາມກິລາເຈົ້າອານຸວົງ; ສຳເລັດກອງປະຊຸມຄະນະຄຸ້ມ ຄອງອິນເຕີເນັດແຫ່ງຊາດ ແລະ ກອງປະຊຸມລະດັບສູງ ວ່າດ້ວຍການຫັນເປັນດີຈິຕອນ ຂອງ ສປປ ລາວ ປະຈຳປີ 2026; ສຳເລັດການຍົກລະດັບ ມະຫາວິທະຍາໄລສຸຂະ ພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງ ຊາດ ແລະ ເປີດສົກຮຽນໃໝ່ 2026-2027, ທັງໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງ ກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ ເປັນຕົ້ນ ກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີສາກົນ ຄັ້ງທີ 20 ທີ່ລາຊະອານາຈັກກຳປູເຈຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຟີລິບປິນ, ພ້ອມກັນນັ້ນ ກໍໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນ ສຳ ເລັດເປັນຢ່າງດີ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມ, ກວດກາ, ກຳນົດມາດຕະການແກ້ໄຂໃຫ້ທັນ ແລະ ມີປະສິດທິຜົນຫລາຍກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງເຂດການຄ້າ, ຂົງເຂດການຜະລິດ ແລະ ຂົງເຂດອື່ນໆ.

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026 · ຮູບທີ 2

ວາລະທີ 2 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026- 2035 ໂດຍໄດ້ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບ ປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດ ທີ່ເສື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາ ໄຫຼ່ ແລະອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫລືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະ ອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.

ວາລະທີ 3 ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍມາດຕະການຊົ່ວຄາວ, ການຢຶດ, ອາຍັດ ແລະ ຮິບທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທຳ ຜິດ ເປັນຕົ້ນ ການຟອກເງິນ,ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ ໂດຍໄດ້ຊີ້ນຳທະນາຄານແຫ່ງ ສປປ ລາວ ສົມ ທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນ ການຊີ້ແຈງບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນ ຫຼື ຫຼັກ ຖານ ທີ່ພາໃຫ້ສົງໄສ ຫຼື ພຶດຕິກໍາທີ່ເປັນການກະທໍາຜິດຕົ້ນ ຫລື ເຫດການຮີບດ່ວນ ທີ່ອາດກະທົບໃສ່ທຶນ ຫຼື ຊັບສິນ ໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາ ແລະ ເຄື່ອນໄຫວວຽກ ງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ.

ວາລະທີ 4 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນດີຈິຕອນພາກລັດ ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ບັນດາຂໍ້ມູນທີ່ຫ້າມເປີດເຜີຍ; ການປົກປ້ອງຂໍ້ມູນພາຍໃນ; ບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງຊາດ ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຕື່ມອີກ.

ສຳລັບແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກ ສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ໂດຍສະເພາະ

ໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາອາຊະຍາກໍາທາງໄຊເບີ, ບັນຫາການຟອກເງິນ, ບັນຫາຢາເສບ ຕິດ, ບັນຫາການຄ້າຂາຍເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນຫາຂີ້ລັກງັດແງະປຸ້ນຈີ້ຊີງຊັບ, ບັນຫາອາວຸດເສິກທີ່ນໍາໃຊ້ບໍ່ຖືກຕ້ອງ; ກະກຽມເນື້ອໃນ ທີ່ຈະນໍາເຂົ້າລາຍງານຕໍ່ ກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XII ແລະ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2026 ໂດຍສະເພາະ ບັນດາກະຊວງ-ອົງ ການທຽບເທົ່າ ໃຫ້ສະຫລຸບຕີລາຄາວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; ສະຫຼຸບຕີລາຄາສະພາບການປະຕິບັດເງິນກອງທຶນທາງ ປີ 2026 ທິດທາງແຜນການ ປີ 2027; ສະຫລຸບຜົນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບ ສອຈ), ມະຕິ 04/ລບ, ລົງວັນທີ 23 ມີນາ 2026 (ກ່ຽວ ກັບການຫັນການເກັບລາຍຮັບເປັນທັນສະໄໝ) ແລະ ມະ ຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບ ປຸງ ແລະ ກໍ່ສ້າງເສັ້ນທາງ).

ສືບຕໍ່ເກັບລາຍຮັບເຂົ້າງົບປະ ມານ ໂດຍສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນ ໂດຍສຸມໃສ່ແຂວງໃດທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫລ່ງທີ່ມີໃຫ້ຄົບຖ້ວນ, ກວດກາການປະຕິບັດພັນທະຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບທັນສະໄໝ, ເລັ່ງທວງໜີ້ຄ້າງຊຳ ລະທຸກປະເພດ, ປະ ມູນຊັບສິນ ທີ່ຢຶດໄດ້ຈາກຄະດີຕ່າງໆ, ເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆຢູ່ດ່ານ,ກະກຽມການກວດກາ ແລະ ດຳເນີນການປິດ 0 ໂມງ ໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂໜີ້ສິນ ທັງໜີ້ພາຍໃນ ແລະ ຕ່າງປະເທດ; ຮັກສາສະຖຽນລະພາບເງິນຕາ ແລະ ລາຄາສິນຄ້າ ເປັນຕົ້ນ ການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນ ຕາມກົນໄກຕະຫລາດທີ່ລັດຄຸ້ມ ຄອງ, ການຄຸ້ມຄອງລາຄາຕໍ່ໝວດສິນຄ້າ ແລະ ຄ່າບໍລິການພື້ນ ຖານ.

ຮີບຮ້ອນປັບປຸງ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງແຮ່ທາດ ໃນໄລຍະໃໝ່ ເພື່ອສະເໜີນາຍົກລັດຖະ ມົນຕີ ລົງລາຍເຊັນ, ຮີບຮ້ອນປັບປຸງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃໝ່ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ສຳເລັດ ແລະ ລົງລາຍເຊັນປະກາດໃຊ້ໄວ,ສືບຕໍ່ຕິດຕາມກວດກາ ໂຄງການບໍ່ແຮ່ທີ່ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ ພ້ອມທັງດຳເນີນການປະມູນແຮ່ທາດ ທີ່ຢຶດໄດ້ຈາກການລັກລອບຂຸດຄົ້ນ ຫຼື ຂຸດຄົ້ນບໍ່ຖືກຕ້ອງ, ສືບຕໍ່ກວດກາບັນດາໂຄງການແຮ່ຫາຍາກ ໃນຂອບເຂດທົ່ວປະເທດ (ທັງໂຄງການສຳຫລວດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ); ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫລວງແຫ່ງຊາດ ທີ່ມີທຶນແລ້ວໃຫ້ສຳເລັດໄວ ໂດຍສະເພາະ ເສັ້ນທາງ 13 ເໜືອ ແລະ 13 ໃຕ້, ເສັ້ນທາງເລກທີ 8, ເລກທີ 12, ເສັ້ນທາງ 2E ແລະ ອື່ນໆ, ສືບຕໍ່ຊຸກຍູ້ບັນດາໂຄງການທີ່ເປັນບຸລິມະສິດ ເປັນຕົ້ນ ໂຄງການທາງດ່ວນ ລາວ-ຈີນ, ໂຄງການທາງລົດ ໄຟ ລາວ-ຫວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ໄລຍະທີ 2 ແຕ່ເມືອງບໍລິຄັນ ຫາຊາຍແດນດ່ານນໍ້າອອນ, ເລັ່ງຈັດລຽງລິມະສິດຄວາມຈໍາເປັນຂອງແຕ່ລະເສັ້ນ ທາງ ພ້ອມທັງຄົ້ນຄວ້າແຫລ່ງທຶນ ແລະ ຮູບແບບການລົງ ທຶນ (ແບບ BOT ຫລື OPBRC ຫລື ງົບປະມານຂອງລັດ) ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນທັນວາ 2026.

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2026 · ຮູບທີ 3

ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປະ ສານສົມທົບກັບບັນດາກະຊວງ-ອົງການຂັ້ນສູນກາງ ແລະ ບັນ ດາແຂວງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ແກ່ການຜະລິດລະດູແລ້ງ, ເອົາໃຈໃສ່ປ້ອງກັນການບຸກລຸກຈັບຈອງທີ່ດິນປ່າໄມ້, ເລັ່ງອອກໃບຕາດິນໃຫ້ບັນລຸຕາມແຜນ, ຕິດຕາມເຝົ້າລະ ວັງ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດສັດ ທີ່ເກີດຂຶ້ນຕາມລະດູການ, ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ໃນການລົງຕິດຕາມກວດກາ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດ ລ້ອມ ຈາກໂຄງການລົງທຶນຕ່າງໆ ໂດຍສະເພາະ ໂຄງການບໍ່ແຮ່.

ສຸມໃສ່ການພັດທະນາສີມືແຮງງານ ໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງ ການຂອງບັນດາໂຄງການ, ສຸມໃສ່ຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານຢູ່ລາວ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຕາມກົດໝາຍ, ເອົາໃຈໃສ່ປະຕິບັດນະໂຍ ບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດ ຊາດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນຫລຸດລົງ, ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະການຮຽນ ເພື່ອມີມາດຕະການແກ້ໄຂໂດຍໄວ; ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດຕາມລະດູການ, ສົ່ງ ເສີມການສັກວັກຊິນ, ສືບຕໍ່ຕິດຕາມກວດກາ ບັນດາໂຮງ ໝໍເອກະຊົນ ແລະ ສູນຄວາມງາມ ໃຫ້ເຄື່ອນໄຫວຖືກ ຕ້ອງ ແລະ ໄດ້ມາດຕະຖານ ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພຂອງຜູ້ນຳໃຊ້.

ສົ່ງເສີມວັດທະນະທໍາຮີດຄອງອັນດີງາມຂອງຊາດ ໃນການຈັດງານບຸນປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ, ສຸມໃສ່ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ ພ້ອມທັງ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາສະຖານທີ່ບັນ ເທີງ, ຮ້ານອາຫານ ທີ່ຍັງລະເມີດມາດຕະການຂອງລັດຖະ ບານທີ່ກຳນົດ ເຊັ່ນ: ໃຊ້ສຽງດັງ, ເປີດກາຍໂມງ, ສຸມໃສ່ພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ; ສຸມໃສ່ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ເພີ່ມຂຶ້ນ, ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ ການເຄື່ອນໄຫວວຽກງານຂອງບັນດາຂະແໜງ ແລະ ໜ່ວຍງານປະຕິບັດຄໍາຕັດສີນຂອງສານທົ່ວປະເທດ; ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບຮູບການຕ່າງໆທີ່ກຸ່ມຄົນບໍ່ດີຕົວະຍົວະຫລອກລວງທາງໄຊເບີ ເພື່ອເພີ່ມຄວາມລະມັດລະວັງ ຕໍ່ໄພຄຸກຄາມທາງໄຊເບີ, ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂ ບັນຫາຂ່າວລວງ, ຂ່າວປອມ ທີ່ບິດເບືອນຄວາມເປັນຈິງ ໂດຍນຳໃຊ້ຫລາຍວິທີ, ຫຼາຍຮູບການ ເພື່ອຕີຖອຍປະກົດການດັ່ງກ່າວ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ ຊິດ ພ້ອມທັງປະເມີນສະພາບເກີດຂຶ້ນ ຈະກະທົບຕໍ່ປະ ເທດເຮົາຄືແນວໃດ,ກະກຽມການເດີນທາງໄປຕ່າງປະເທດ ຂອງການນຳຂັ້ນສູງ ທີ່ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດແອັກແມັກ ແລະ CLMV ຢູ່ ສສ ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະເທດ ໃຫ້ດີ.

ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກ ຮ້ອງມາຍັງບັນດາສະມາຊິກລັດຖະບານ ແລະ ການນຳບັນ ດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນທັນ ວາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ລະ ອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.

ຂ່າວ: ກົມ​ປະຊາສຳພັນ ຫສນຍ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່