ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 10:11ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສຳເລັດແລ້ວ ເສັ້ນທາງເບຕົ່ງ ຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ມູນຄ່າກວ່າ 429 ລ້ານກີບ

ໂດຍ Jenjila
· 5 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ສຳເລັດແລ້ວ ເສັ້ນທາງເບຕົ່ງ ຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ມູນຄ່າກວ່າ 429 ລ້ານກີບ
ADadvertisement
ADadvertisement
ADadvertisement

ພິທີເປີດນຳໃຊ້ເສັ້ນທາງເບຕົ່ງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນເປັນທາງການໃນຕອນເຊົ້າຂອງວັນທີ 23 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະນບໍລິຫານງານສູນກາງຊາວໜູ່ມປະຊາຊົນປະຕິວັດລາວ, ທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງຄອງແຂວງບໍລິຄຳໄຊ, ມີການນຳຂັ້ນແຂວງ, ຂັ້ນເມືອງ ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສຳເລັດແລ້ວ ເສັ້ນທາງເບຕົ່ງ ຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ມູນຄ່າກວ່າ 429 ລ້ານກີບ

ໂຄງການກໍ່ສ້າງເສັ້ນທາງເບຕົ່ງເສີມເຫຼັກຕົວແບບຊາວໜຸ່ມໄລຍະທີ 1 ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ວັນທີ 19 ຕຸລາ 2026 ເປັນຕົ້ນມາ ໄດ້ສຳເລັດການກໍ່ສ້າງໃນວັນທີ 10 ພະຈິກ 2026 ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 530 ແມັດ, ເຊິ່ງໃນໄລຍະທຳອິດກໍ່ສ້າງສຳເລັດ 230 ແມັດ, ມີຄວາມກວ້າງ 7 ແມັດ ແລະ ໜາ 15-20 ຊັງຕີແມັດ. ໂດຍການນຳພາການກໍ່ສ້າງຂອງຄະນະຊາວໜຸ່ມແຂວງບໍລິຄຳໄຊ, ດ້າມາດຕະຖານ ແລະ ເຕັກນິກ ແມ່ນຫ້ອງການ ຍທຂ ເມືອງ, ລວມມູນຄ່າການກໍ່ສ້າງທັງໝົດແມ່ນ 429,082,000 ກີບ, ເຊິ່ງໄດ້ຮັບການສະໜັບສະໜູນງົບປະມານຫຼັກຈາກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ຈຳນວນ 387,000,000 ກີບ, ອົງການປົກຄອງແຂວງ ແລະ ເມືອງປາກຊັນ, ສົມທົບທຶນ 20,000,000 ກີບ ເຂົ້າໃນໜ້າວຽກປັບປຸງ ແລະ ຖົມດິນແດງ, ຄອບຄົວ ທ່ານ ເພັດສະໃໝ ໄຊຍະທິຈັກ ແລະ ທ່ານ ອຸດົມວົງ ໄກສອນ ປະກອບສ່ວນເງິນສົດ 12,800,000 ກີບ, ໂດຍໄດ້ຮັບກຳລັງແຮງງານຈາກອົງການປົກຄອງເມືອງ, ພະນັກງານຕາແສງໄຊຈະເລີນ, ກຳລັງຊາວໜຸ່ມຕະລຸມບອນ ຈຳນວນ 161 ແຮງງານ ແລະ ການປະກອບສ່ວນແຮງງານຈາກພໍ່ແມ່ປະຊາຊົນພາຍໃນສອງບ້ານ 210 ແຮງງານd

ສຳເລັດແລ້ວ ເສັ້ນທາງເບຕົ່ງ ຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ມູນຄ່າກວ່າ 429 ລ້ານກີບ · ຮູບທີ 2

ຜົນສຳເລັດຂອງໂຄງການກໍ່ສ້າງເສັ້ນທາງໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ນຳພາ-ຊີ້ນຳ ຂອງຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ຕະຫຼອດຮອດຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຖັນແຖວຊາວໜຸ່ມ ແລະ ປະຊາຊົນ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍ. ເພື່ອຢັ້ງຢືນເຖິງຜົນງານການປະກອບສ່ວນສ້າງສາພັດທະນາປະເທດຊາດ ທ່ານ ຄຳແຫວນ ປັນຍານຸວົງ ຕາງໜ້າໃຫ້ຄະນະກຳມະການປົກຄອງແຂວງຍັງໄດ້ໃຫ້ກຽດມອບ ໃບຍ້ອງຍໍໃຫ້ສູນກາງ ຊາວໜູ່ມປະຊາຊົນປະຕິບັດລາວ ແລະ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງ ເມືອງປາກຊັນ ໄດ້ມອບໃບຍ້ອງຍໍໃຫ້ ເລຂາຄະນະບໍລິຫານງານຊາວໜູ່ມແຂວງ ຢ່າງສົມກຽດ.

ADadvertisement
ADadvertisement
ADadvertisement
ສຳເລັດແລ້ວ ເສັ້ນທາງເບຕົ່ງ ຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ມູນຄ່າກວ່າ 429 ລ້ານກີບ · ຮູບທີ 3

ຂ່າວ-ພາບ: ສາຍສະໝອນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່