ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 13:37ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 12 ນາທີ1 ຄັ້ງ
ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026
ADadvertisement
ADadvertisement
ADadvertisement

ໃນຕອນແລງຂອງວັນທີ 23 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຄຳຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ວ່າ: ກອງປະຊຸມດັ່ງກ່າວ ໄດ້ດຳເນີນໃນວັນທີ 23 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ 4 ວາລະສຳຄັນ ຄື: ວາລະທີ 1 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບວຽກຈຸດສຸມພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2026 ຂອງລັດຖະບານ. ໃນນັ້ນ, ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈຳເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຊຶ່ງສາມາດມ້າງຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6 ຄັ້ງ ກັກຕົວຜູ້ຕ້ອງຫາໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ; ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ ຫາຕົ້ນເດືອນພະຈິກ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຢຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນຳໃຊ້ເຂົ້າໃນການລັກລອບຈຳນວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນທີ່ຢຶດໄດ້ ແຕ່ເດືອນເມສາ ຫາເດືອນພະຈິກ 2026 ຢູ່ 8 ແຂວງ, ລວມມີພາຫະນະ 103 ຄັນ ຊຶ່ງຊັບສິນທີ່ສະສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10,8 ຕື້ກີບ, ສ່ວນຊັບສິນທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສຳເລັດການປັບປຸງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X; ສຳເລັດການກະກຽມລາຍງານທາງດ້ານເນື້ອໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ຈຳນວນ 3 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 7,7%; ການລະດົມແຫຼ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ 5,66 ເດືອນ; ສາມາດອອກໃບຕາດິນໄດ້ 167.000 ກວ່າຕອນ ເທົ່າກັບ 120% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ລັດຖະບານ ໄດ້ຮັບກົນຈັກ ແລະ ອຸປະກອນສ້ອມແປງເສັ້ນທາງ ຈາກລັດຖະບານຍີ່ປຸ່ນ ມູນຄ່າເກືອບ 1 ລ້ານເຢັນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC ຊຶ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານທາງເລກ 9 ເປັນໂຄງການຕົວແບບ ໂດຍເລີ່ມແຕ່ວັນທີ 16 ພະຈິກ 2026 ເຫັນວ່າ ສາມາດເກັບເງິນຄ່າຜ່ານທາງດັ່ງກ່າວ ບໍ່ຫຼຸດ 700 ລ້ານກີບຕໍ່ມື້; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປ-ມາໄດ້ສະດວກຫຼາຍຂຶ້ນ; ສຳເລັດການກໍ່ສ້າງ, ມອບ-ຮັບສະໜາມກິລາເຈົ້າອານຸວົງ; ສຳເລັດກອງປະຊຸມຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກອງປະຊຸມລະດັບສູງ ວ່າດ້ວຍການຫັນເປັນດີຈິຕອນຂອງ ສປປ ລາວ ປະຈຳປີ 2026; ສຳເລັດການຍົກລະດັບມະຫາວິທະຍາໄລສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ ແລະ ເປີດສົກຮຽນໃໝ່ 2026-2027, ທັງໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນ ເປັນຕົ້ນ ກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີສາກົນ ຄັ້ງທີ 20 ທີ່ລາຊະອານາຈັກກຳປູເຈຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຟີລິບປິນ, ພ້ອມກັນນັ້ນ ກໍໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມ, ກວດກາ, ກຳນົດມາດຕະການແກ້ໄຂໃຫ້ທັນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງເຂດການຄ້າ, ຂົງເຂດການຜະລິດ ແລະ ຂົງເຂດອື່ນໆ.

ADadvertisement
ADadvertisement
ADadvertisement

ວາລະທີ 2 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026-2035 ໂດຍໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຂໍ້ຫ້າມນຳເຂົ້າແບັດເຕີລີລົດທີ່ເສື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາໄຫຼ່ ແລະ ອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫຼືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.

ວາລະທີ 3 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍມາດຕະການຊົ່ວຄາວ, ການຢຶດ, ອາຍັດ ແລະ ຮິບທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທຳຜິດ ເປັນຕົ້ນ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍໄດ້ຊີ້ນຳທະນາຄານແຫ່ງ ສປປ ລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນການຊີ້ແຈງບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນ ຫຼື ຫຼັກຖານ ທີ່ພາໃຫ້ສົງໄສ ຫຼື ພຶດຕິກຳທີ່ເປັນການກະທຳຜິດຕົ້ນ ຫຼື ເຫດການຮີບດ່ວນ ທີ່ອາດກະທົບໃສ່ທຶນ ຫຼື ຊັບສິນ ໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາ ແລະ ເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ.

ວາລະທີ 4 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນດີຈິຕອນພາກລັດ ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ບັນດາຂໍ້ມູນທີ່ຫ້າມເປີດເຜີຍ; ການປົກປ້ອງຂໍ້ມູນພາຍໃນ; ບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງຊາດ ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຕື່ມອີກ.

ສຳລັບແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ກອງປະຊຸມ ໄດ້ຊີ້ນຳຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ໂດຍສະເພາະໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາອາຊະຍາກຳທາງໄຊເບີ, ບັນຫາການຟອກເງິນ, ບັນຫາຢາເສບຕິດ, ບັນຫາການຄ້າຂາຍເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນຫາຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ບັນຫາອາວຸດເສິກທີ່ນຳໃຊ້ບໍ່ຖືກຕ້ອງ; ກະກຽມເນື້ອໃນທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XII ແລະ ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2026 ໂດຍສະເພາະ ບັນດາກະຊວງ-ອົງການທຽບເທົ່າ ໃຫ້ສະຫຼຸບຕີລາຄາວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027; ສະຫຼຸບຕີລາຄາສະພາບການປະຕິບັດເງິນກອງທຶນທາງ ປີ 2026 ແລະ ທິດທາງແຜນການ ປີ 2027; ສະຫຼຸບຜົນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບ ສອຈ), ມະຕິ 04/ລບ, ລົງວັນທີ 23 ມີນາ 2026 (ກ່ຽວກັບການຫັນການເກັບລາຍຮັບເປັນທັນສະໄໝ) ແລະ ມະຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບປຸງ ແລະ ກໍ່ສ້າງເສັ້ນທາງ); ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນ ໂດຍສຸມໃສ່ແຂວງໃດທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ກວດກາການປະຕິບັດພັນທະຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບທັນສະໄໝ, ເລັ່ງທວງໜີ້ຄ້າງຊຳລະທຸກປະເພດ, ປະມູນຊັບສິນທີ່ຢຶດໄດ້ຈາກຄະດີຕ່າງໆ, ເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆຢູ່ດ່ານ, ກະກຽມການກວດກາ ແລະ ດຳເນີນການປິດ 0 ໂມງ ໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂໜີ້ສິນ ທັງໜີ້ພາຍໃນ ແລະ ຕ່າງປະເທດ; ຮັກສາສະຖຽນລະພາບເງິນຕາ ແລະ ລາຄາສິນຄ້າ ເປັນຕົ້ນ ການດຳເນີນນະໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ລັດຄຸ້ມຄອງ, ການຄຸ້ມຄອງລາຄາຕໍ່ໝວດສິນຄ້າ ແລະ ຄ່າບໍລິການພື້ນຖານ; ຮີບຮ້ອນປັບປຸງຄຳສັ່ງ ວ່າດ້ວຍການເພີ່ມທະວີການຄຸ້ມຄອງແຮ່ທາດ ໃນໄລຍະໃໝ່ ເພື່ອສະເໜີນາຍົກລັດຖະມົນຕີ ລົງລາຍເຊັນ, ຮີບຮ້ອນປັບປຸງແຜນແມ່ບົດ ແລະ ແຜນດຳເນີນງານການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃໝ່ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ສຳເລັດ ແລະ ລົງລາຍເຊັນປະກາດໃຊ້ໄວ, ສືບຕໍ່ຕິດຕາມກວດກາໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ ພ້ອມທັງດຳເນີນການປະມູນແຮ່ທາດທີ່ຢຶດໄດ້ຈາກການລັກລອບຂຸດຄົ້ນ ຫຼື ຂຸດຄົ້ນບໍ່ຖືກຕ້ອງ, ສືບຕໍ່ກວດກາບັນດາໂຄງການແຮ່ຫາຍາກ ໃນຂອບເຂດທົ່ວປະເທດ (ທັງໂຄງການສຳຫຼວດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ); ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ມີທຶນແລ້ວໃຫ້ສຳເລັດໄວ ໂດຍສະເພາະເສັ້ນທາງ 13 ເໜືອ ແລະ 13 ໃຕ້, ເສັ້ນທາງເລກທີ 8, ເລກທີ 12, ເສັ້ນທາງ 2E ແລະ ອື່ນໆ, ສືບຕໍ່ຊຸກຍູ້ບັນດາໂຄງການທີ່ເປັນບຸລິມະສິດ ເປັນຕົ້ນ ໂຄງການທາງດ່ວນ ລາວ-ຈີນ, ໂຄງການທາງລົດໄຟ ລາວ-ຫວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ໄລຍະທີ 2 ແຕ່ເມືອງບໍລິຄັນ ຫາຊາຍແດນດ່ານນ້ຳອອນ, ເລັ່ງຈັດລຽງບຸລິມະສິດຄວາມຈຳເປັນຂອງແຕ່ລະເສັ້ນທາງ ພ້ອມທັງຄົ້ນຄວ້າແຫຼ່ງທຶນ ແລະ ຮູບແບບການລົງທຶນ (ແບບ BOT ຫຼື OPBRC ຫຼື ງົບປະມານຂອງລັດ) ແລ້ວລາຍງານຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນທັນວາ 2026.

ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປະສານສົມທົບກັບບັນດາກະຊວງ-ອົງການຂັ້ນສູນກາງ ແລະ ບັນດາແຂວງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ແກ່ການຜະລິດລະດູແລ້ງ, ເອົາໃຈໃສ່ປ້ອງກັນການບຸກລຸກຈັບຈອງທີ່ດິນປ່າໄມ້, ເລັ່ງອອກໃບຕາດິນໃຫ້ບັນລຸຕາມແຜນ, ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດສັດທີ່ເກີດຂຶ້ນຕາມລະດູການ, ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ໃນການລົງຕິດຕາມກວດກາ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນຕ່າງໆ ໂດຍສະເພາະໂຄງການບໍ່ແຮ່; ສຸມໃສ່ການພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງບັນດາໂຄງການ, ສຸມໃສ່ຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານຢູ່ລາວ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຕາມກົດໝາຍ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ; ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດລົງ, ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະການຮຽນ ເພື່ອມີມາດຕະການແກ້ໄຂໂດຍໄວ; ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດຕາມລະດູການ, ສົ່ງເສີມການສັກວັກຊີນ, ສືບຕໍ່ຕິດຕາມກວດກາບັນດາໂຮງໝໍເອກະຊົນ ແລະ ສູນຄວາມງາມ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ໄດ້ມາດຕະຖານ, ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພຂອງຜູ້ນຳໃຊ້.

ສົ່ງເສີມວັດທະນະທຳຮີດຄອງອັນດີງາມຂອງຊາດ ໃນການຈັດງານບຸນປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ, ສຸມໃສ່ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາສະຖານທີ່ບັນເທີງ, ຮ້ານອາຫານ ທີ່ຍັງລະເມີດມາດຕະການຂອງລັດຖະບານທີ່ກຳນົດ ເຊັ່ນ: ໃຊ້ສຽງດັງ, ເປີດກາຍໂມງ, ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ; ສຸມໃສ່ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄດ້ເພີ່ມຂຶ້ນ, ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາຂະແໜງ ແລະ ໜ່ວຍງານປະຕິບັດຄຳຕັດສິນຂອງສານທົ່ວປະເທດ; ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບຮູບການຕ່າງໆທີ່ກຸ່ມຄົນບໍ່ດີຕົວະຍົວະຫຼອກລວງທາງໄຊເບີ ເພື່ອເພີ່ມຄວາມລະມັດລະວັງຕໍ່ໄພຄຸກຄາມທາງໄຊເບີ, ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາຂ່າວລວງ, ຂ່າວປອມ ທີ່ບິດເບືອນຄວາມເປັນຈິງ ໂດຍນຳໃຊ້ຫຼາຍວິທີ, ຫຼາຍຮູບການ ເພື່ອຕີຖອຍປະກົດການດັ່ງກ່າວ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ຊິດ ພ້ອມທັງປະເມີນສະພາບເກີດຂຶ້ນ ຈະກະທົບຕໍ່ປະເທດເຮົາຄືແນວໃດ, ກະກຽມການເດີນທາງໄປຕ່າງປະເທດຂອງການນຳຂັ້ນສູງທີ່ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດແອັກແມັກ ແລະ CLMV ຢູ່ ສສ ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະເທດໃຫ້ດີ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນຳເອົາແຜນວຽກຈຸດສຸມ ປະຈຳເດືອນທັນວາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.

ພາບ: ທະນູທອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່